ໃນຕອນເຊົ້າວັນທີ 26 ເມສາ 2018 ນີ້ ທ່ານ ດວງໄຊ ຫຼວງພະສີ, ນັກປະພັນແຫ່ງຊາດລາວ ລົງເຄື່ອນໄຫວເຮັດກິດຈະກຳມອບອຸປະກອນການຮຽນ-ການສອນ ເປັນປະເພດປື່ມອ່ານຫລາຍປະເພດ ໃຫ້ກັບໂຮງຮຽນ ມສ ປາກຫາງ, ເມືອງທຸລະຄົມ, ແຂວງວຽງຈັນ ຈຳນວນ 160 ຫົວ ລວມມູນຄ່າ 4 ລ້ານກ່ວາກີບ.
ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວໂດຍແມ່ນ ທ່ານ ບຸນທັບ ວົງໄຊ, ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງເມືອງທຸລະຄົມ, ມີທ່ານ ຂັນຕີ ກອງມະນີວົງ, ອໍານວຍການໂຮງຮຽນ ມສ ປາກຫາງ, ມີຄູອາຈານພ້ອມດ້ວຍນ້ອງນັກຮຽນ ມສ ປາກຫາງເຂົ້າຮ່ວມ.
ທ່ານ ດວງໄຊ ຫຼວງພະສີ ໄດ້ໃຫ້ຮູ້ວ່າ ປະຈຸບັນ ນັກຮຽນນັກສຶກສາລາວ ແມ່ນຂ່ອນຂ້າງລະເລີຍກັບການອ່ານເປັນສ່ວນຫລາຍ ເພື່ອເປັນການປຸກລະດົມສົ່ງເສີມການອ່ານ ໃຫ້ແກ່ນັກຮຽນນັກສືກສາ ຈື່ງໄດ້ຈັດກິດຈະກຳມອບອຸປະກອນ ການຮຽນ-ການສອນ ເປັນປະເພດປື້ມອ່ານກ່ຽວກັບ ປະຫວັດສາດ, ວິລະກຳ, ທຳມະ, ຄຳພີພຣະໄຕປີດົກ ແລະ ປື້ມບົດເລື່ອງສັ້ນ ລວມທັງໝົດ 160 ຫົວ, ລວມມູມຄ່າ 4 ລ້ານກວ່າກີບ ໃຫ້ກັບໂຮງຮຽນດັ່ງກ່າວ.
ຕອນທ້າຍ ທ່ານ ດວງໄຊ ຫຼວງພະສີ ກໍ່ໄດ້ກຽດຂື້ນມອບປື້ມອ່ານຈໍານວນ 160 ຫົວ ໃຫ້ກຽດຮັບໂດຍທ່ານ ຂັນຕີ ກອງມະນີວົງ ອຳນວຍການໂຮງຮຽນ ມສ ປາກຫາງ ພ້ອມທັງກ່າວຄຳຂອບໃຈ ແລະ ຫວັງຢ່າງຍີງວ່າທ່ານ ຈະມີການຊ່ວຍເຫລືອໃນຄັ້ງຕໍ່ໆໄປຕື່ມອີກ.
Editor: ເມືອງທຸລະຄົມ