ໃນຕອນບ່າຍວັນທີ 27 ເມສາ 2018 ນີ້ ທີ່ສູນກາງສະຫະພັນກຳມະບານລາວ, ທາງບໍລິສັດ ເບຍລາວ ຈຳກັດ ນຳໂດຍທ່ານ ບຸນກັນ ກຸນລະບຸດ, ຜູ້ຊ່ວຍອໍານວຍການບໍລິສັດ ເບຍລາວ ຈຳກັດ ພ້ອມຄະນະ ໄດ້ນໍາເອົາ ເງິນ ພ້ອມດ້ວຍເຄື່ອງດື່ມຈໍານວນຫນຶ່ງ, ລວມມູນຄ່າ ທັງຫມົດ 54,272,000 ກີບ ມາມອບໃຫ້ທາງສູນກາງສະຫະພັນກຳມະບານລາວ ເພື່ອນຳໄປປະກອບສ່ວນຫມູນໃຊ້ເຂົ້າໃນການຈັດກິດຈະກຳຍ່າງ ເພື່ອສຸຂະພາບ ສະເຫລີມສະຫລອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ 2018 ຄົບຮອບ 132 ປີ ທີ່ຈະມາເຖິງ. ຊຶ່ງກິດຈະກໍາຍ່າງດັ່ງກ່າວ ແມ່ນຈະຈັດຂື້ນໃນຕອນເຊົ້າຂອງວັນທີ 1 ພຶດສະພາ 2018 ນີ້ ເວລາ 6 ໂມງເຊົ້າເປັນຕົ້ນໄປ ທີ່ສ່ວນປະຕູໄຊ, ນະຄອນຫລວງວຽງຈັນ.
ກ່າວຮັບເຄື່ອງຊ່ວຍເຫລືອດັ່ງກ່າວ ໂດຍທ່ານ ສີມູນ ອຸ່ນລາສີ, ຮອງປະທານສູນກາງສະຫະພັນກຳມະບານລາວ ພ້ອມຄະນະ ໂອກາດນີ້ ທ່ານຍັງໄດ້ກ່າວສະແດງຄວາມຂອບໃຈ ມາຍັງບໍລິສັດ ເບຍລາວ ຈໍາກັດ ທີ່ຍາມໃດກໍ່ເລັ່ງເຫັນຄວາມສຳຄັນຂອງວັນກຳມະກອນສາກົນ ແລະ ໃຫ້ການສະຫນັບສະຫນູນສັງຄົມມາຕະຫລອດມາ ແລະ ຫວັງວ່າໃນໂອກາດຫນ້າຈະໄດ້ຮັບການຊ່ວຍເຫລືອຄືດັ່ງກ່າວຕື່ມອີກ.
Editor: ຕະວັນ ແສງສະຫວັນ