ຕອນເຊົ້າຂອງວັນທີ 25 ເມສາ 2018 ທີ່ຜ່ານມານີ້ ສານປະຊາຊົນ ເຂດ 3 ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງປະທານສານ ຜູ້ພິພາກສາສານປະຊາຊົນເຂດ 3 ຢູ່ທີ່ສະໂມສອນຂອງເມືອງຊະນະຄາມ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ມີທ່ານ ອຸດົມ ພົມມະລິນ ປະທານສານປະຊາຊົນ ແຂວງວຽງຈັນ ມີທ່ານ ສະໝານ ວິເສດຍະພົງ ເລຂາພັກເມືອງ ເຈົ້າເມືອງໆຊະນະຄາມ ມີກຳມະການພັກເມືອງ ຫົວໜ້າຫ້ອງການ ພະນັກງານວິຊາການທີ່ກ່ຽວຂ້ອງ ກໍ່ເປັນກຽດເຂົ້້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍ ການແຕ່ງຕັ້ງ ຮອງປະທານ ສານປະຊາຊົນ ເຂດ 3 ແຂວງວຽງຈັນ, ຄະນະປະຈໍາສະພາແຫ່ງຊາດ ຕົກລົງ ແຕ່ງຕັ້ງທ່ານ ຄໍາຜາຍ ກິ່ງສະອອນຈັນ ຜູ້ພິພາກສາ ຄະນະສານອາຍາ ເປັນຮອງ ປະທານ ສານປະຊາຊົນເຂດ 3 ແຂວງວຽງຈັນ, ມອບໃຫ້ສານປະຊາຊົນສູງສຸດ ສານປະຊາຊົນເຂດ 3 ແຂວງວຽງຈັນ, ພາກສ່ວນທີ່ກ່ຽວຂ້ອງ, ຜູ້ຖຶກແຕ່ງຕັ້ງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ມະຕິສະບັບນີ້ຢ່າງເຂັ້ມງວດ ແລະ ພ້ອມກັນນີ້ ໃນພິທີດັ່ງກ່າວ ຍັງໄດ້ຜ່ານມະຕິ ຂອງ ຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຜູ້ພິພາກສາສານປະຊາຊົນເຂດ 3 ແຂວງວຽງຈັນ, ຄະນະປະຈຳສະພາແຫ່ງຊາດຕົກລົງແຕ່ງຕັ້ງທ່ານ ສາຍຍັນ ຄຳພັກດີ, ຜູ້ຊ່ອຍ ຜູ້ພິພາກສາ ເປັນຜູ້ພິພາກສາຊັ້ນ 1 ຂັ້ນ 4 ປະຈໍາຢູ່ສານປະຊາຊົນ ເຂດ 3 ແຂວງວຽງຈັນ ມອບໃຫ້ສານປະຊາຊົນສູງສຸດ ສານປະຊາຊົນເຂດ 3 ແຂວງວຽງຈັນ, ພາກສ່ວນທີ່ກ່ຽວຂ້ອງ, ຜູ້ຖຶກແຕ່ງຕັ້ງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ມະຕິສະບັບນີ້ຢ່າງເຂັ້ມງວດ.
ໃນຕອນທ້າຍຂອງພິທີດັ່ງກ່າວ ທ່ານ ຄໍຳພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ ໄດ້ເນັ້ນໜັກໃຫ້ບັນດາທ່ານ ທີ່ຖືກແຕ່ງຕັ້ງຈົ່ງເອົາໃຈໃສ່ເຮັດໜ້າທີ່ຂອງຕົນດ້ວຍຄວາມປອດໃສຍຸຕິທຳ ບໍ່ສວຍໃຊ້ໜ້າທີ່ ຕໍາແໜ່ງ ສິດອຳນາດ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ ຫຼື ຍາດພີ່ນ້ອງ ບໍ່ບັງຄັບນາບຂູ່ ປະຕິບັດສິດໜ້າທີ່ເກີບຂອບເຂດ ຫຼື ລະເມີດລະບຽບການດໍາເນີນຄະດີ ບໍ່ລຳອຽງເຂົ້າຂ້າງອອກຂາ ທີ່ພາໃຫ້ການຕັດສິນຄະດີ ບໍ່ຍຸຕິທຳ ບໍ່ກັກສຳນວນຄະດີ ກົດໜ່ວງເອກະສານ ປິດບັັງຊຸກເຊື່ອງເອກະສານ ຫຼື ຫຼັກຖານຢູ່ໃນສຳນວນຄະດີ ແລະ ພ້ອມກັນເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ ເຮັດໃຫ້ວຽກງານສານປະຊາຊົນ ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນ.
Editor: ເມືອງຊະນະຄາມ