ໃນລະຫວ່າງວັນທີ 25-27 ເມສາ 2018 ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນກ່ຽວກັບຝົນຕົກ-ຟ້າຮ້ອງ, ຟ້າເຫລື້ອມ ແລະ ລົມພັດແຮງ ດັ່ງນັ້ນ ໃນແລງວັນທີ 25 ເມສາ ແລະ ເຊົ້າວັນທີ 26 ເມສາ 2018 ຫລາຍແຂວງໃນທຸກພາກ ຂອງປະເທດລາວ ແມ່ນໄດ້ມີຝົນຕົກ, ຟ້າຮ້ອງ ແລະ ລົມພັດແຮງ ຕາມທີ່ກົມອຸຕຸນິຍົມ ໄດ້ອອກແຈ້ງເຕືອນ ເຊີ່ງໃນນະຄອນຫລວງວຽງຈັນ ແມ່ນໄດ້ຮັບຜົນກະທົບຫລາຍແຫ່ງ ບາງບ່ອນມີຕົ້ນໄມ້ຫັກ, ເສົາໄຟຟ້າລົມ, ນໍ້າຖ້ວມຕາມຖະຫນົນຫົນທາງ ເຮັດໃຫ້ການສັນຈອນ ພົບພໍ້າຄວາມຫຍຸ້ງຍາກ, ເນື່ອງຈາກມີຝົນຕົກຫນັກ ແລະ ແຮງ ເຮັດໃຫ້ການລະບາຍນໍ້າ ບໍ່ທ່ວງທັນ ແລະ ບາງເສັ້ນທາງກໍ່ເຮັດໃຫ້ມີນໍ້າຖ້ວມສູງ
Editor: ກຳປານາດ ລັດຖະເຮົ້າ