ໃນຕອນເຊົ້າຂອງວັນທີ 24 ເມສາ 2018 ຜ່ານມາ ເມືອງຊໍາໃຕ້, ແຂວງຫົວພັນ ໄດ້ຈັດພິທີປະກາດ ບ້ານແກ່ວດີ້ງ, ກຸ່ມບ້ານຫົວຊຽງ ກາຍເປັນບ້ານ ສາທາລະນະສຸກແບບຢ່າງ ເຊິ່ງເປັນບ້ານ ອັນດັບທີ 58 ຂອງເມືອງຊໍາໃຕ້ ແລະ ເປັນບ້ານ ອັນດັບທີ 562 ຂອງແຂວງຫົວພັນ. ພິທີໄດ້ຈັດຂື້ນທີບ້ານດັງກ່າວຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຫອນພັນ ຫອມພະຈະເລີນ ຮອງຫົວໜ້າຫ້ອງການ ສາທາລະນາສຸກເມືອງຊໍາໄຕ້, ມີຄະະນະພັກກຸ່ມບ້ານ, ອໍານາດການປົກຄອງ, ລວມທັງແຂກທີຖືກເຊີນ ພາຍໃນເມືອງ, ບ້ານ, ກຸ່ມບ້ານ ຕະຫຼອດຮອດພໍແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ
ທ່ານ ຄຳສີ ພັນວິໄລທອງ ນາຍບ້ານແກ່ວດີ້ງ ໄດ້ຂື້ນຜ່ານບົດສະຫຼຸບການກໍ່ສ້າງ ແລະ ແຜ່ນການປົກປັກຮັກສາບ້ານສາທາລະນະສຸກແບບຢ່າງ, ເຊີ່ງ ບ້ານແກ່ວດີ້ງ ເປັນບ້ານໜຶ່ງທີ່ຕັ້ງຢູ່ຫ່າງໄກ ທີສຸດໃນ ຈຳນວນ 91 ບ້ານຂອງເມືອງຊຳໃຕ້ ໄປທາງທິດເໜືອ ປະມານ 106 ກິໂລແມັດ ເປັນເສັ້ນທາງດິນແດງ, ເສັ້ນທາງຄົມມະນາຄົມ ມີຄວາມຫຍຸ້ງຍາກໃນລະດູຝົນ ອາຊີບຕົ້ນຕໍຂອງປະຊາຊົນ ແມ່ນເຮັດໄຮ່ ຄ່ຽງຄູ່ກັບການລ້ຽງສັດໃຫ່ຍ ແລະ ຕ່ຳຫູກທໍ່ໄໜ ເປັນອາຊີບສຳຮອງ ພາຍໃນບ້ານປະກອບມີ 48 ຫຼັງຄາເຮືອນ, ມີ 56 ຄອບຄົວ ພົນລະເມື່ອງ 149 ຄົນ, ຍິງ 77ຄົນ ເປັນຊົນເຜົ່າລາວຜ້ອງ ຖືສາສະໜາພຸດ ຮ້ອຍສ່ວນຮ້ອຍ, ນອກນີ້, ບ້ານມີເນື້ອທີທັງໜົດ 119 ເຮັກຕາ ເນື້ອທີນາ 1 ເຮັກຕາ, ສະມັດຕະພາບທັງໜົດ 3,5 ໂຕນ/ເຮັກຕາ, ມີເນື້ອທີໄຮ່ 47 ເຮັກຕາ ສະມັດຕະພາບທັງໜົດ 2 ໂຕນຕ/ເຮັກຕາ, ນອນນີ້ຍັງມີສັດລ້ຽງປະເພດງົວ-ຄວາຍ 170 ໂຕ, ໜູ 100 ກວ່າໂຕ ແລະ ສັດປີກ 1,000 ກວ່າໂຕ, ຜ້າແພ ແລະ ສິນ 50 ຜືນ, ມີເຄື່ອງປ່າຂອງດົງ ແລະ ອື່ນໆ. ສະເລຍລາຍຮັບໃດ 2 ລ້ານ 5 ແສນກີບ/ຄົນ/ປີ, ນອກນີ້ປະຊາຊົນຍັງມີອຸປະກອນ ແລະ ເຄື່ອງມືຮັບໃຊ້ປະຈຳວັນເປັນຕົ້ນ, ລົດໃຫ່ຍ 1 ຄັນ ລົດໄຖ່ນາ 4 ຄັນ, ລົດຈັກ 17 ຄັນ, ໂຮງສີເຂົ້າ14 ເຄື່ອງ, ຜ່ານການກໍ່ສ້າງເປັນບ້ານສາທາລະນາສຸກ ແບບຢ່າງ ຄະນະພັກ ອໍານາດການປົກຄອງບ້ານໄດ້ຊີ້ນຳ-ນຳພາປະຊາຊົນ ເຮັດວຽກອະນາໄມຕາມເງື່ອນໄຂ ເປັນຕົ້ນ: ເຜີຍແຜ່ຄວາມສໍາຄັນຂອງວຽກງານສາທາລະນະສຸກ ໃຫ້ພໍ່ແມ່ປະຊາຊົນ ຮູ້ໃນການ ດື່ມ-ກິນ ແລະ ດໍາລົງຊີວິດຖືກຫລັກອະນາໄມ. ມາໃນປະຈຸບັນບ້ານມີຫ້ອງນໍ້າຊົມໃຊ້ໃນທຸກຄອບຄົວ ມີລະບົບນໍ້າລີນຊົມໃຊ້ ມາແຕ່ປີ 2006 ໂດຍແມ່ນທຶນສະຫນັບສະຫນູນ ກອງທຶນຫລຸດຜ່ອນຄວາມທຸກຍາກ, ສໍາເລັດການແຍກສັດລ້ຽງ. ກອງໄມ້, ຟືນ ແລະ ອື່ນໆ ທີ່ເປັນສີ່ງກິດຂວາງ ອອກຈາກບ້ານ, ເຮັດໃຫ້ບ້ານ ແລະ ເຮືອນ ມີຄວາມສະອາດງາມຕາ.
ຜ່ານການປະເມີນຈອງຄະນະຮັບຜິດຊອບ ຂັ້ນເມືອງ ເຫັນວ່າ: ບ້ານດັ່ງກ່າວສາມາດປະກາດເປັນບ້ານສາທາລະນະສຸກໄດ້, ໃນພິທີ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນ ຢ່າງກົງໄປ-ກົງມາ ເພື່ອສ້າງໃຫ້ບ້ານດັ່ງກ່າວ ມີເງື່ອນໄຂ ເປັນບ້ານວັດທະນະທໍາ ແລະ ບ້ານພັດທະນາ ໃນອະນາຄົດ. ໃນພິທີອັນມີຄວາມຫມາຍສໍາຄັນ ທ່ານ ຫອມພັນ ຫອມພະຈະເລີນ ປະທານພິທີ ໄດ້ໃຫ້ກຽດມອບໃບຍັ້ງຍືນ ຄອບຄົວ ແລະ ບ້ານສາທາລະນະສຸກແບບຢ່າງ ແລະ ກ່າວຮັບ ໂດຍ ແມ່ນ ທ່ານ ນາຍບ້ານ, ຫລັງຈາກນັ້ນ ຄະນະປະທານ ໄດ້ພ້ອມກັນລັ່ນຄ້ອງ ແລະ ເປີດປ້າຍ ປະກາດບ້ານ ແກ່ວດີ້ງ ເປັນບ້ານສາທາລະນະສຸກ ຢ່າງເປັນທາງການ.
Editor: ກຳປານາດ ລັດຖະເຮົ້າ