ພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ, ວັນທີ 26 ເມສາ 2018 ໄດ້ຈັດຂື້ນໃນຕອນເຊົ້າວັນທີ 26 ເມສາ 2018 ນີ້ ທີ່ສວນປະຕູໄຊ, ນະຄອນຫລວງວຽງຈັນ ໂດຍໄດ້ຮັບກຽດເຂົ້າຮ່ວມ ມີ ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ມີ ທ່ານ ບັນດິດສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາ ການນໍາພັກ-ລັດ, ການນໍາກະຊວງ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທູຕານຸທູດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.
ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກ່າວວ່າ: ໃນປີ 2018 ນີ້ ສປປ ລາວ ພ້ອມກັບບັນດາປະເທດສະມາຊິກ ຂອງອົງການຊັບສິນທາງປັນຍາໂລກ ໄດ້ຈັດການສະເຫຼີມສະຫຼອງ ພາຍໃຕ້ຄຳຂັວນ ທີ່ອົງການຊັບສິນທາງປັນຍາໂລກວາງອອກວ່າ: “ແມ່ຍິງ ສ້າງນະວັດຕະກຳ ແລະ ປະດິດຄິດແຕ່ງ ເປັນພະລັງແຫ່ງການປ່ຽນແປງ (Powering change: Women in innovation and creativity)”, ຊຶ່ງເປັນການຊີ້ໃຫ້ເຫັນເຖິງບົດບາດ ແລະຄວາມສໍາຄັນ ຂອງຊັບສິນທາງປັນຍາ ໃນການຊຸກຍູ້ສົ່ງເສີມນະວັດຕະກຳ ແລະ ຫົວຄິດປະດິດແຕ່ງ ໂດຍສະເພາະ ແມ່ນບົດບາດຂອງແມ່ຍິງ ເປັນກຳລັງສຳຄັນຂອງການປ່ຽນແປງໂລກ. ປະຈຸບັນນີ້, ແມ່ຍິງທີ່ເປັນກຳລັງຂັບເຄື່ອນໃຫ້ແກ່ການປ່ຽນແປງໃໝ່ໄດ້ສ້າງຜົນງານອັນໂດດເດັ່ນຕ່າງໆ ໃນຂົງເຂດ ວິທະຍາສາດ, ເຕັກໂນໂລຊີ, ທຸລະກິດ, ສິລະປະກໍາ, ວັດທະນະທໍາ, ການເມືອງ ແລະ ສັງຄົມ ບໍ່ສະເພາະແຕ່ໃນ ສປປ ລາວ ແຕ່ຫາກໃນລະດັບສາກົນອີກດ້ວຍ.
ໃນໂອກາດວັນຊັບສິນທາງປັນຍາໂລກ ປີ 2018 ນີ້, ຂໍຮຽກຮ້ອງມາຍັງ ບັນດານັກຄົ້ນຄ້ວາ ວິທະຍາສາດ, ນັກປະດິດສ້າງ, ນັກປະດິດແຕ່ງ, ນັກຮຽນຮູ້ປັນຍາຊົນເພດຍິງ ແລະ ທຸກຊັ້ນຄົນພາຍໃນປະເທດເຮົ້າ ຈົ່ງໄດ້ສຸມສະຕິປັນຍາ ເຂົ້າໃນການນຳໃຊ້ ແລະ ພັດທະນາ ຊັບສິນທາງປັນຍາຂອງ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ສ້າງເສດຖະກິດພູມປັນຍາແລະສ້າງເງື່ອນໄຂໃນການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ທີ່ ພັກ ແລະ ລັດ ວາງອອກ, ຊຸກຍູ້ສົ່ງເສີມຊັບສິນທາງປັນຍາເພື່ອພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃຫ້ຂະຫຍາຍຕົວແບບຍືນຍົງຢ່າງໜັກແໜ້ນ.
Editor: ກຳປານາດ ລັດຖະເຮົ້າ