ພິທີກຳໄຫວ້ຄູ ເປັນພິທີກຳທີ່ມີຄວາມສຳຄັນ ທີ່ສຶບທອດ ແລະ ນິຍົມປະຕິບັດກັນມາແຕ່ບູຮານນາການ, ເປັນການສະແດງເຖິງຄວາມຮູ້ບຸນຄຸນຂອງຄູອາຈານ ທີ່ຖ່າຍທອດວິຊາຄວາມຮູ້ ໃຫ້ກັບລູກສິດທັງຫລາຍ. ການໄຫວ້ຄູໃນປະຈຸບັນປະກອບມີຫລາຍກິດຈະກຳ ເຊັ່ນ: ພິທີໄຫວ້ຄູ ໃນໂຮງຮຽນ, ການໄຫວ້ຄູ ກ່ອນການຂື້ນຊົກມວຍ, ການໄຫວ້ຄູ ກ່ອນການສະແດງສີລະປະ ແລະ ການສະແດງອື່ນໆ ເຊິ່ງທັງໝົດນັ້ນ ລ້ວນແຕ່ເປັນການລະນຶກ ເຖິງຄຸນງາມຄວາມດີ ແລະ ບຸນຄຸນຂອງຄູ ເພື່ອຄວາມເປັນສີລິມຸງຄຸນ ອີກດ້ວຍ.
ການຈັດພິທີໄຫວ້ຄູ ມັກນິຍົມຈັດຂື້ນໃນວັນພະຫັດ ເຊິ່ງຕົກຢູ່ລະຫວ່າງ ເດືອນ 6 ລາວ ຂື້ນໃຫມ່. ນອກຈາກນີ້, ຍັງຖືວ່າ: ເວລາກາງເວັນຂອງວັນພະຫັດ ເປັນທາດໄຟ ສ່ວນເວລາກາງຄືນເປັນທາດນ້ຳ, ເປັນດາວພະເຄາະ ທີ່ໃຫ້ວິທະຍາຄວາມຮູ້ແກ່ມວນມະນຸດ, ເປັນວັນຟູ ແລະ ເປັນສັນຍາລັກຂອງຄວາມຈະເລີນຮຸ່ງເຮືອງ. ດັ່ງນັ້ນ, ການຈັດພິທີກໍາໄຫວ້ຄູ ຈິ່ງກຳນົດເອົາວັນພະຫັດ ທຸກຄັ້ງເປັນມື້ຈັດພິທີໄຫວ້ຄູ ຕາມແບບບູຮານ ສຶບຕໍ່ກັນມາແຕ່ບູຮານນາການ.
ພິທີໄຫວ້ຄູ ຫລື ຄອບຄູ ແມ່ນຈັດຂື້ນໃນເດືອນຄູ່ ເປັນຕົ້ນແມ່ນ: ເດືອນ 4 , ເດືອນ 6, ເດືອນ 8, ເດຶອນ 10 ແລະ ເດືອນ 12. ນອກນີ້, ກໍ່ຍັງມີການຍົກເວັ້ນ ໂດຍສະເພາະໃນເດືອນ 9 ຫລື ເດືອນກັນຍາ ເພາະຖືວ່າເດືອນ 9 ເປັນເລກມຸງຄຸນ. ຈຸດປະສົງຫລັກໆ ໃນການໄຫວ້ຄູ ແມ່ນເພື່ອ: ເປັນການລະນຶກເຖິງບຸນຄຸນຄູ ຜູ້ສິດສອນ, ຜູ້ທີ່ຖາຍທອດວິຊາຄວາມຮູ້ອັນດີງາມໃຫ້ແກ່ລູກສິດທັງປວງ, ທັງເຮັດໃຫ້ລູກສິດໄດ້ເກີດຄວາມຫມັ້ນໃຈໃນການຮຽນນາດຕະສິນ ຫລື ສີລະປະ ໃນຂະແຫນງການຕ່າງໆ. ພ້ອມທັງເປັນການຂໍຂະມາລາໂທດ, ຫາກສິດໄດ້ມີການກະທຳທີ່ຜິດພາດດ້ວຍຄວາມຮູ້ເທົ່າບໍ່ເຖິງການ ບໍ່ວ່າຈະເປັນທາງດ້ານກາຍຍະກຳ, ວາຈິກຳ ຫລື ມະໂນກຳ ເລົ່ານີ້ເປັນຕົ້ນ. ແລະ ສຳຄັນໄປກວ່ານີ້, ກໍ່ເພື່ອເປັນສິ່ງເຕືອນສະຕີໃຫ້ກັບບັນດາລູກສິດ ລະນຶກເຖິງຄູຜູ້ປະເສີດ ເພື່ອປະພຶດໃນແຕ່ສິ່ງທີ່ດີງາມ, ໃນສິນທຳຈັນຍາບັນ, ຍຶດຫມັ້ນໃນຄໍາໂອວາດ ຕາມຄຳສັ່ງສອນຂອງຄູອາຈານ.
ການໄຫວ້ຄູ ຄືການສະແດງຄວາມເຄົາລົບຕໍ່ຄູອາຈານຢ່າງຈິງໃຈ, ຍ້ອມຮັບໃນຄວາມພຽບພ້ອມດ້ວຍຄຸນນະທຳ, ຄວາມຮູ້ ຄວາມສາມາດ. ບັນດາສິດທຸກຄົນໃນນາມຜູ້ສຶບທອດມໍລະດົກທາງດ້ານວິຊາການ-ວັດທະນະທໍາ ຈິ່ງພ້ອມໃຈກັນເຄົາລົບຮັບເອົາການຖ່າຍທອດວິຊາຄວາມຮູ້ຈາກຄູ, ດ້ວຍຄວາມວິລະຍະ ອຸດສາຫະ, ຄວາມມານະອົດທົນ ເພື່ອໃຫ້ບັນລຸເປົ້າຫມາຍທາງດ້ານການສຶກສາ ຕາມທີ່ຕັ້ງໃຈໄວ້. ການໄຫວ້ຄູ ໃນປີຫນຶ່ງ ຈະຈັດພຽງ 1 ຄັ້ງເທົ່ານັ້ນ, ການທີ່ບັນດາລູກສິດທີ່ໄດ້ຮ່ຳຮຽນກັບຄູ ຈາກຄູ ທີ່ດີ ຈີ່ງເອີ້ນວ່າ: ສິດມີຄູ
Editor: ກຳປານາດ ລັດຖະເຮົ້າ