ໃນວັນທີ 23 ເມສາ 2018 ທີ່ຜ່ານມາ, ໂຮງຫມໍນະຄອນຫລວງແກຣນ ລາວ ໄດ້ຈັດພິທີເປີດໂຕການຮ່ວມມື ຢ່າງເປັນທາງການ ລະຫວ່າງ ໂຮງຫມໍນະຄອນຫລວງແກຣນ (ລາວ) ແລະ ໂຮງຫມໍ ມະເຮັງສະໄຫມໃຫມ່ ກວ່າງໂຈ ສປ ຈີນ, ເຊີ່ງເປັນການຮ່ວມມື ທາງດ້ານວົງການແພດມະເຮັງ ເພື່ອໃຫ້ບໍລິການແກ່ຜູ້ປ່ວຍພະຍາດມະເຮັງ ການຮັກສາສຸຂະພາບດ້ວຍວິທີທັນສະໄຫມ, ດ້ວຍເຕັກໂນໂລຊີທັນສະໄຫມ ແລະ ມີປະສິດທິພາບ. ໃນພິທີເປີດໂຕການຮ່ວມມື ຄັ້ງນີ້, ໃຫ້ກຽດເຂົ້າຮ່ວມ ການນໍາຂັ້ນສູງ, ບັນດາແຂກທີ່ກ່ຽວຂ້ອງ ຈາກຫລາຍສ່ວນເຂົ້າຮ່ວມ, ພິເສດ ງານດັ່ງກ່າວ ຍັງໄດ້ເປັນກຽດຕ້ອນຮັບ ທ່ານ ບັນດິດສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ຮອງສາດສະດາຈານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ເຂົ້າຮ່ວມ.
ການຮ່ວມມື ລະຫວ່າງ ໂຮງຫມໍນະຄອນຫລວງແກຣນ ຂອງລາວ ແລະ ໂຮງຫມໍມະເຮັງສະໄຫມໃຫມ່ ກວ່າງໂຈ ຂອງຈີນ ເປັນຂິດຫມາຍສໍາຄັນໃນວົງການແພດ ໂດຍສະເພາະການເບີ່ງແຍງສຸຂະພາບ, ການປີ່ນປົວພະຍາດມະເຮັງ ທີ່ທັນສະໄຫມ ດ້ວຍເຕັກໂນໂລຊີ ແລະ ນະວັດຕະກໍາໃຫມ່ ທີ່ໄດ້ຮັບຜົນສໍາເລັດຫລາຍທີ່ສຸດ,ດ້ວຍວິທີການຮັກສາແບບສະໄຫມໃຫມ່. ໂອກາດນີ້ທ່ານລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ ຍັງໄດ້ກ່າວຄໍາຊົມເຊີຍ ຕໍ່ການຮ່ວມມື ທັງສອງໂຮງຫມໍ ແລະ ຊົມເຊີຍຕໍ່ວິທີການແພດໃນການຮັກສາ ທີ່ມີຄວາມທັນສະໄຫມ ແບບໃຫມ່ ໂດຍນໍາໃຊ້ເຕັກໂນໂລຊີ ເຄື່ອງມືອຸປະກອນ ແລະ ວິທີການຮັກສາ ຫລາຍວິທີ ຈົນໄດ້ຮັບຜົນສໍາເລັດ ແລະ ມີຊື່ສຽງໂດງດັງທາງດ້ານການຮັກສາ.
ທ່ານ ດຣ, ດາວວອນ ເທບສຸວັນ ປະທານທີ່ປຶກສາໂຮງຫມໍນະຄອນຫລວງແກຣນ ລາວ, ທັງເປັນຫົວຫນ້າສູນມະເຮັງ ໂຮງຫມໍມິດຕະພາບ ໄດ້ກ່າວວ່າ: ການຮ່ວມມື ກັນ ຢ່າງເປັນທາງການ ເປັນການຮ່ວມມືທີ່ດີ ສໍາລັບວົງການປິ່ນປົວພະຍາດມະເຮັງ ແບບສະໄຫມໃຫມ່ ເພື່ອໃຫ້ບໍລິການແກ່ຜູ້ປ່ວຍພະຍາດ ມະເຮັງ ການຮັກສາດ້ວຍວິທີສະໄຫມໃຫມ່, ທັນສະໄຫມ. ໂຮງພະຍາບານມະເຮັງສະໄຫມໃຫມ່ກວ່າງໂຈ ເປັນໂຮງຫມໍແຫ່ງທໍາອິດ ທີ່ຮ່ວມທຶນກັບປະເທດສິງກະໂປ ເປັນໂຮງຫມໍທີ່ໄດ້ມາດຕະຖານ JCI ຈາກປະເທດສະຫາລັດອາເມລິກາ, ຜ່ານການຮັບຮອງຈາກ ກະຊວງສາທາລະນະສຸກ ຂອງຈີນ ເຊີ່ງເປັນໂຮງຫມໍທີ່ມີເຕັກນິກທາງການແພດ ທີ່ທັນສະໄຫມ ຫລາຍກວ່າ 18 ວີທີການຮັກສາ,
ທ່ານ ດຣ. ດາວວອນ ເທບສຸວັນ ຫົວຫນ້າສູນມະເຮັງ ໂຮງຫມໍມິດຕະພາບ, ທີ່ປຶກສາໂຮງຫມໍນະຄອນຫລວງ ແກຣນລາວ ກ່າວຕື່ມວ່າ: ໂຮງຫມໍມະເຮັງສະໄຫມໃຫມ່ ກວ່າງໂຈ ເບີ່ງແຍງ ແລະ ຮັກສາຜູ້ປ່ວຍມະເຮັງ ດ້ວຍວິທີທີ່ທັນສະໄຫມ ໃນລັກສະນະພິເສດ, ບາດແຜນ້ອຍ ແລະ ພື້ນໂຕໄວ ເຕັກໂນໂລຊີ ກ່ຽວກັບພະຍາດມະເຮັງ ຄ່ອຍໆພັດທະນາກາຍມາເປັນຮູບແບບໃຫມ່ ເຕັກໂນໂລຊີແບບຄີໂມສະເພາະຈຸດ, ເຕັກໂນໂລຊີແບບຄວາມເຍັນ, ການຝັງແຮ່ໄອໂອດິນ, ການນໍາໃຊ້ເຕັກໂນໂລຊີເບີ່ງແຍງຜູ້ປ່ວຍ ດ້ວຍເຊວພູມຄຸ້ມກັນບໍາບັດ, ເຈັກໂນໂລຊີການເບີ່ງແຍງຜູ້ປ່ວຍດ້ວຍຍີນບໍາບັດ ແລະ ການເບີ່ງແຍງຜູ້ປ່ວຍດ້ວຍການປະສົມປະສານ ລະຫວ່າງແພດແຜນຈີນ ແລະ ແຜນປະຈຸບັນ ເພື່ອນໍາຄວາມຫວັງແກ່ຜູ້ປ່ວຍພະຍາດມະເຮັງ. ເຊີ່ງການຮ່ວມມື ທັງສອງໂຮງຫມໍ ເປັນໂອກາດອັນດີ ແກ່ຜູ້ປ່ວຍມະເຮັງ ໄດ້ເຂົ້າເຖິງການຮັກສາທີ່ທັນສະໄຫມ ແລະ ມີປະສິດທິພາບ.
Editor: ກຳປານາດ ລັດຖະເຮົ້າ