ເມືອງວັງວຽງ ແຂວງວຽງຈັນໄດ້ຈັດງານປະກວດນາງສັງຂານປະຈຳປີ 2018. ຂຶ້ນກາງເດືອນ ເມສາ 2018 ຜ່ານມານີ້ ຢູ່ທີ່ເດີນບິນເກົ່າເມືອງວັງວຽງແຂວງວຽງຈັນ. ຈຸດປະສົ່ງ: ເພື່ອເປັນການອານຸລັກ ປົກປັກຮັກສາແລະສົ່ງເສີມ ສິລະປະວັດທະນະທຳ ຂອງປະຊາຊົນບັນດາເຜົ່າ ພາຍໃນເມືອງວັງວຽງ ໃຫ້ມີຄວາມຢືນຍົງຕະຫຼອດໄປ. ເພື່ອເປັນການຂັດເລືອກເອົານາງສາວທີ່ງາມທີ່ສຸດ ເປັນຕົວແທນຂອງລູກສາວພະຍາກະບິນລະພົມ ຈຳນວນ 7 ນາງ ເພື່ອໄປແຫ່ ແລະ ຫົດສົງ ຫົວພະຍາກະບິນລະພົມ ທີ່ຊາວເມືອງວັງວຽງ ໄດ້ພ້ອມກັນຈັດຕັ້ງປະຕິບັດກັນມາໃນທຸກໆປີ. ເພື່ອເປັນການໂຄສະນາໃຫ້ທຸກພາກສ່ວນຮັບຮູ້ ແລະ ເປັນການສະເຫຼີມສະຫຼອງປີທ່ອງທ່ຽວລາວ ປີ2018 ເພື່ອດຶງດູດແຂກ, ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວເມືອງວັງວຽງໃຫ້ນັບມື້ຫຼາຍຂື້ນ ຕາມທິດຊີ້ນຳຂອງລັດຖະບານ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນສອນເພັດລາວັນ ຄະນະປະຈຳພັກແຂວງຮອງເຈົ້າແຂວງໆວຽງຈັນ,ມີທ່ານ ຄໍາຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆວັງວຽງ, ມີການນຳຂອງແຂວງ, ມີບັນດາຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ພ້ອມດ້ວຍຄະນະນໍາຂັ້ນເມືອງ,ພໍ່ແມ່ປະຊາຊົນ,ນັກທຸລະກິດແລະ ແຂກ-ມວນຊົນ ເຂົ້າຮ່ວມຢ່າງຄຶກຄືນ.
ໃນພິທີ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆວັງວຽງ ຍັງໄດ້ໃຫ້ກຽດເປີດງານປະກວດນາງສັງຂານປະຈຳປີ 2018 ພ້ອມທັງຕັດແຖບຜ້າ ຂຶ້ນຢ່າງເປັນທາງການ, ສຳລັບປີນີ້ ມີນ້ອງນາງສາວເຂົ້າຮ່ວມປະກວດ ຈຳນວນ 30 ນາງສາວ. ຜົນການປະກວດ ແລະ ໃຫ້ຄະແນນ ຂອງຄະນະກໍາມະການຕາມມາດຖານ ເປັນນາງສັງຂານປະຈຳປີ 2018 ໄດ້ ນາງ ປ໋ອກກີ ສີອັກຄະສອນ ຜູ້ເຂົ້າປະກວດ ໝາຍເລກ 1 ເຊິ່ງເປັນຕົວແທນໃຫ້ແກ່ ບ້ານຫ້ວຍໝໍ້ ກຸ່ມບ້ານທ່າເຮືອ ແລະອຸປະຖຳໂດຍ ບໍລິສັດບີເອວພີຈະເລີນຍົນການຄ້າຂາອອກ-ຂາເຂົ້າຜູ້ດ່ຽວ. ໄດ້ອັນດັບໜຶ່ງຄອງຊະນະເລີດ ເປັນນາງສັງຂານ ປະຈຳປີ 2018 ໄດ້ຮັບລາງວັນເງິນສົດ 5 ລ້ານກີບພ້ອມມຸງກຸດ, ສາຍຊະພາຍແລະຂັນເງິນນ້ຳໜັກ 1 ກິໂລ, ຮອງອັນດັບ 1 ໄດ້ຮັບລາງວັນເງິນສົດ 4 ລ້ານກີບພ້ອມສາຍຊະພາຍແລະຂັນເງິນນ້ຳໜັກ 1 ກິໂລ. ຮອງອັນດັບ 2ໄດ້ຮັບລາງວັນເງິນສົດ 3 ລ້ານກີບພ້ອມສາຍຊະພາຍແລະຂັນເງິນນ້ຳໜັກ 1 ກິໂລ. ຮອງອັນດັບ 4-6ໄດ້ຮັບລາງວັນເງິນສົດ 2 ລ້ານກີບ.ພ້ອມສາຍຊະພາຍແລະຂັນເງິນນ້ຳໜັກ 1 ກິໂລ. ຫລັງຈາກນັ້ນທ່ານຮອງເຈົ້າເມືອງໆວັງວຽງກໍ່ໄດ້ກ່າວປິດການປະກວດນາງສັງຂານປະຈຳ 2018.
ໃນຕອນບ່າຍຂອງວັນທີ່ 14 ເມສາ 2018 ຢູ່ທີ່ສະໂມສອນ ເມືອງວັງວຽງ ແຂວງວຽງຈັນ, ໄດ້ຈັດມີພິທີແຫ່ຫົວພະຍາກະບິນລະພົມ ແລະ ລູກສາວ ທັງ 30 ນາງສາວ ພ້ອມດ້ວຍ ການນຳຂັ້ນແຂວງ, ຂັ້ນເມືອງ ອຳນາດການຈັດຕັ້ງບ້ານ ຕະຫລອດຮອດ ນັກທຸລະກິດ, ພໍ່ແມ່ປະຊາຊົນ ແລະ ພຣະສົງສຳມະເນນ ທົ່ວເມືອງວັງວຽງ ເຂົ້າຮ່ວມ ເພື່ອໄປຫົດສົງຫົວພະຍາກະບິນລະພົມ ເຊິ່ງເລີມແຕ່ສະໂມສອນຂອງເມືອງວັງວຽງ ໄປຫາວັດ ມະຫາທາດ ຫລັງຈາກນັ້ນກໍ່ໄດ້ມີ ການຫົດສົງຫົວພະຍາກະບິນລະພົມ ແລະ ການບາສີສູ່ຂັວນ ໃຫ້ແກ່ລູກສາວ ທັງ 30 ນາງ ພ້ອມກັບ ການນຳຂອງເມືອງ ທີ່ວັດມະຫາທາດດັ່ງກ່າວ ບ້ານວັງວຽງເມືອງ ວັງວຽງ ແຂວງວຽງຈັນ.
Editor: ກຳປານາດ ລັດຖະເຮົ້າ