ວັນທີ 23 ເມສາ 2018 ຄະນະພັກອຳນາດການປົກຄອງເຖົ້າແກ່ແນວໂຮມພ້ອມດ້ວຍພຣະສົງສຳມະເນນ ວັດພຸດທະປັນຍາ ວະນະຣາມ ບ້ານມຸ້ນ ເມືອງຄຳ ໄດ້ກະກຽມຈັດງານບຸນສົມໂພດພຣະເຈົ້າ ໃຫຍ່ ວັດພຸດທະປັນຍາ ວະນະຣາມ ຂື້ນທີ່ ວັດບ້ານມຸ້ນ ເມືອງຄຳ ແຂວງຊຽງຂວາງ.
ງານດັ່ງກ່າວ ຈຸດປະສົງກໍ່ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ລະຫວ່າງ ພໍ່ແມ່ປະຊາຊົນບ້ານໃກ້ເຮືອນຄຽງ ແລະ ຍັງເປັນການປະຕິບັດຕາມຮີດ 12 ຄອງ 14 ຂອງຊາວພຸດສາສະໜາ ທີ່ໄດ້ປະຕິບັດກັນມາແຕ່ຍາວນານ, ພ້ອມທັງເຮັດໃຫ້ຊາວໜຸ່ມໄວໜຸ່ມໄດ້ຮຽນຮູ້ ສືບທອດກັນໄປຕາມແຕ່ລະຮຸ່ນແຕ່ລະສະໄໝ.
ເນື່ອງໃນໂອກາດດັ່ງກ່າວ ພຣະອາຈານ ເກດຕະລີນ ຕິຂະປັນໂຍ ເຈົ້າອາວາດປະຈຳຢູ່ ວັດພຸດທະ ປັນຍາ ວະນະຣາມ ວັດບ້ານມຸ້ນ ຍັງໄດ້ກ່າວ ວ່າ: ການຈັດງານບຸນໃນຄັ້ງນີ້ ເຊິ່ງຈະໄດ້ເລີ່ມຕົ້ນຈັດງານບຸນ ສົມໂພດພຣະເຈົ້າໃຫຍ່ ຂື້ນໃນວັນທີ 27-28 ເມສາ 2018 ກົງກັບມື້ຂື້ນ 13 ຄ່ຳ ມິຖຸນາ ພສ 2561 ຈະເປັນ ມື້ຕັ້ງບຸນປ່ອນບີພຣະ, ຕັ້ງກອງທານພ້ອມດ້ວຍຄົບງັນຕະຫຼອດຄືນ ມາຮອດວັນທີ 29 ເມສາ 2018 ກົງ ກັບມື້ຂື້ນ 15 ຄ່ຳ ມິຖຸນາ ເວລາ 14:00 ໂມງ ແມ່ນຈະໄດ້ຍົກຍອດຊໍ້ຟ້າ, ສູດປະຣິຕະມຸງຄຸນ, ຖວາຍ ສາລາໂຮງທຳ, ຟັງທໍາເທດສະໜາ ແລະ ສູດສົມໂພດພຣະ ຈົນຮອດຕອນເຊົ້າຂອງວັນທີ່ 30 ເມສາ 2018 ມື້ແຮມ 1 ຄ່ຳ ມິຖຸນາ ເວລາ 7:00 ໂມງແມ່ນຈະໄດ້ຕັດບາດຍາດນ້ຳ, ຖວາຍສັງກະທານ, ຫົດ ພຣະອາຈານ, ຈູດບັ້ງໄຟໝື່ນ ແລະ ບູຊາພຣະເຈົ້າອົງແສນ ຈີ່ງຈະໄດ້ສຳເລັດລົງ.
Editor: ກຳປານາດ ລັດຖະເຮົ້າ