ເນື່ອງໃນໂອກາດເປີດງານມະຫາກໍາຊັບສິນທາງປັນຍາ 2018 ທີ່ສູນການຄ້າລາວ-ໄອເຕັກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ສະຫະພັນການຄ້າຊາວຈິນ ທາງທະເລ ໄດ້ພ້ອມກັນເປີດງານວາງສະແດງວິຈິດສິນ ມິດຕະພາບລາວ-ຈີນ ( ຫນຶ່ງແລວ-ຫນຶ່ງເສັ້ນທາງ ສູ່ ສປປ ລາວ ). ໂດຍໃຫ້ກຽດຕັດແຖບຜ້າ ມີ ທ່ານຮອງລັດຖະມົນຕີ ທັງ ກະຊວງ, ພ້ອມດ້ວຍແຂກຝ່າຍ ສປ ຈີນ.
ຮູບພາບວິຈິດສິນ ທີ່ນໍາມາວາງສະແດງ ເກືອບ 100 ຜົນງານ ທີ່ເປັນສີລະປະການແຕ້ມ ຈາກສີລະປິນ ແຫ່ງຊາດທີ່ມີຊື່ສຽງ ທັງ ຄົນລາວ ແລະ ຄົນຈີນ ເຊີ່ງຮູບພາບທີ່ວາງສະແດງ ໄດ້ສ່ອງແສງ ໃຫ້ເຫັນເຖິງສາຍພົວພັນ ມິດຕະພາບລາວ-ຈີນ ວັດທະນະທໍາ-ຮິດຄອງປະເພນີ ເສັ້ນທາງການຄ້າ ແລະ ສາຍສໍາພັນອັນດີງາມ ຂອງ ສອງປະເທດ. ງານວາງສະແດງດັ່ງກ່າວ ເປີດໄປຈົນເຖິງ ວັນທີ 1 ພຶດສະພາ 2018
Editor: ກຳປານາດ ລັດຖະເຮົ້າ