ງານມະຫາກໍາຊັບສິນທາງປັນຍາ 2018 ໄດ້ເລີ່ມມາແຕ່ວັນທີ 21 ເມສາ ໄປຈົນເຖິງວັນທີ 1 ພຶດສະພາ 2018 ພາຍໃຕ້ຄໍາຂວັນ: ( ເສີມສ້າງຊັບສິນທາງປັນຍາ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາແບບຍືນຍົງ ) ແລະ ມາໃນແລງວັນທີ 23 ເມສາ ແມ່ນໄດ້ເປີດມີພິທີເປີດ ຢ່າງເປັນທາງການ ໂດຍໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ບັນດິດສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫາພັນແມ່ຍິງລາວ, ມີບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ຜູ້ປະກອບການ ແລະ ແຂກຖືກເຊີນ.
ທ່ານ ບັນດິດສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກ່າວວ່າ: ງານຊັບສິນທາງປັນຍາ 2018 ມີການຈັດກິດຈະກໍາ ແລະ ໂຄສະນາເຜີຍແຜ່ຄວາມຮູ້ທາງດ້ານຊັບສິນທາງປັນຍາ ເພື່ອໃຫ້ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາ, ເຮັດໃຫ້ມວນຊົນ ໂດຍສະເພາະນັກຄົ້ນຄວ້າ-ນັກວິທະຍາສາດ, ນັກປະດິດສ້າງ, ນັກປະດິດແຕ່ງ, ນັກຮຽນຮູ້-ນັກສຶກສາ ໄດ້ຮັບຮູ້ຂໍ້ມູນຂ່າວສານ ກ່ຽວກັບວຽກງານການຄຸ້ມຄອງ ແລະ ການປົກປ້ອງຊັບສິນທາງປັນຍາ ເຊັ່ນ: ສິດທິບັດ, ອະນຸສິດທິບັດ ແບບອຸດສະຫະກໍາ, ແບບຜັງວົງຈອນລວມ, ເຄື່ອງຫມາຍການຄ້າຖີ່ນກໍາເນີດ, ລິຂະສິດ ແລະ ສິດກ່ຽວກັບລິຂະສິດ, ພູມປັນຍາພື້ນບ້ານ ອັນເປັນມູນເຊື້ອໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາ.
ຜ່ານມາຂະແຫນງຊັບສິນທາງປັນຍາ ໄດ້ເຂົ້າຮ່ວມເຄື່ອນໄຫວນໍາບັນດາອົງການຊັບສິນທາງປັນຍາສາກົນ ຢ່າງຕັ້ງຫນ້າ ແລະ ເຄື່ອນໄຫວລົງຮາກຖານ ເພື່ອສ້າງຄວາມເຂົ້າໃຈ, ຄວາມເຂັມແຂງທາງດ້ານວິຊາການ ແກ່ພະນັກງານທ້ອງຖິ່ນ, ຜູ້ປະກອບການຂະຫນາດນ້ອຍ-ຂະຫນາດກາງ(SME) ນັກທຸລະກິດ, ກຸ່ມຜະລິດ, ຊາວກະສິກອນ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເປັນສິນຄ້າ ພາຍໃຕ້ຄໍາຂວັນທີ່ວ່າ: ຫນຶ່ງຜະລິດຕະພັນ ຫນຶ່ງຊັບສິນທາງປັນຍາ. ຕະຫລອດໄລຍະການຈັດງານ 21 ເມສາ ເຖິງ 1 ພຶດສະພາ 2018 ກົມຊັບສິນທາງປັນຍາຍັງຈະໄດ້ຈັດກອງປະຊຸມສໍາມະນາກ່ຽວກັບຄວາມຮູ້ພື້ນຖານ ຊັບສິນທາງປັນຍາ, ແນະນໍາກ່ຽວກັບການຈົດທະບຽນຊັບສິນອຸດສາຫະກໍາ ແລະ ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວກັບລິຂະສິດ.
ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫາພັນແມ່ຍີງລາວ ໄດ້ກ່າວພາຍໃຕ້ຄໍາຂວັນ ແມ່ຍີງສ້າງນະວັດທະກໍາ ແລະ ປະດິດຄິດແຕ່ງ ເປັນພະລັງແຫ່ງການປ່ຽນແປງ ວ່າ: ປະຈຸບັນແມ່ຍິງບັນດາເຜົ່າ ກໍ່ຄືແມ່ຍິງໃນທົ່ວໂລກ ພົມຄົ້ນຄິດປະດິດສ້າງ ຜະລິດຕະພັນໃຫມ່ໆ ໃນຂະບວນການຜະລິດເປັນສິນຄ້າ ທີ່ມີຄຸນນະພາບ ເຮັດໃຫ້ເສດຖະກິດຕະຫລາດ ມີການຂະຫຍາຍຕົວ, ສ້າງປະຖົມປັດໄຈ ແກ່ຄຸນຄ່າ ດ້ານສະຕິປັນຍາ
ງານມະຫະກໍາຊັບສິນທາງປັນຍາ 2018 ຈັດຂື້ນໂດຍການຮ່ວມ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ສູນກາງສະຫາພັນແມ່່ຍີງລາວ ລວມທັງພາກສ່ວນຕ່າງໆ ທີ່ໃຫ້ການສະຫນັບສະຫນູນ ແລະ ງານຄັ້ງນີ້, ແມ່ນດໍາເນີນໄປຈົນເຖິງວັນທີ 1 ພຶດສະພາ 2018 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ.
Editor: ກຳປານາດ ລັດຖະເຮົ້າ