ຕອນເຊົ້າເວລາປະມານ 08:00 ໂມງ ຂອງວັນທີ່ 20 ເມສາ 2018 ທີ່ວັດໃຫມ່ ສຸວັນນະພູມມາຣາມ ນະຄອນຫລວງພຣະບາງ ໄດ້ມີພິທີອະຣາດທະນາອັງເຊີນ ພຣະພຸດທະລາວັນ ຫລື ( ພຣະບາງ ) ແຫ່ເຊີນຂຶ້ນໄປປະດິດສະຖານທີ່ຫໍພຣະບາງ ໃນຫໍພິພິຕະພັນ ນະຄອນຫລວງພຣະບາງ ຫລັງຈາກທີ່ມີພິທີອະຣາດທະນາອັງເຊີນລົງມາຫົດສົງ ນັບແຕ່ວັນທີ 17 ເມສາ 2018 ຜ່ານມາ
ໃນພິທີອັງເຊີນພຣະບາງ ໂດຍມີພຣະມາຫາຖະຣະ-ນຸເຖຣະ ການນຳພັກ-ລັດ ໂຫຣາຈານ ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດ ມາເຕົ້າໂຮມກັັນຢູ່ທີ່ວັດໃຫມ່ ສຸວັນນະພູມ ມາຣາມ, ໃນນັ້ນໄດ້ມີພິທີຄາຣະວະອົງພຣະບາງ ແລ້ວມີການອະນາໄມ້ ລ້າງຊ່ວຍ ຈາກນັ້ນກໍ່ຈະມີພະນັກງານຂອງຫໍພິພິຕະພັນ ຫໍພຣະບາງ ຊ່ວຍກັນອັງເຊີນພຣະບາງ ຂຶ້ນຣາດຊະຣົດ ແລ້ວແຫ່ ໂດຍມີ ຜູ້ຖືທຸງຊາດແລະ ທຸງສາສະໜານຳຫນ້າ, ຈາກນັ້ນກໍ່ມີຂະບວນຂອງມະໂຫລີ ປີພາດ ເສບໄປພ້ອມພ້ອມກັນ ຕໍ່ຈາກນັ້ນກໍ່ແມ່ນຂະບວນຂອງໂຫຣາຈານ, ການນໍາພັກ-ລັດ ແລະ ຂະບວນຂອງພຣະສົງອົງຄະເຈົ້າທັງຫລາຍ ແລະ ກໍ່ແມ່ນຣາດຊະຣົດຂອງພຣະພຸທທະລາວັນ (ພຣະບາງ) ຕາມຫລັງດ້ວຍຜູ້ຄົນທີ່ຖືຂັນເຂົ້າຕອກດອກໄມ້ ໃສ່ຊຸດລາວແຫ່ເຫີນຕາມ ຂະບວນ ເຂົ້າສູ່ຫໍພຣະບາງ
Editor: ກຳປານາດ ລັດຖະເຮົ້າ