ເມືອງຫລາ ເປັນເມືອງນ້ອຍ ຕັ້ງຢູ່ລະຫວ່າງພູ ແຄມສາຍນໍ້າພາກ, ຫ່າງຈາກເທດສະບານແຂວງອຸດົມໄຊ ປະມານ 28 ກິໂລແມັດ. ມີປະຫວັດຄວາມເປັນມາຍາວນານ ຫລາຍຮ້ອຍປີ, ມີເຜົ່າລາວ, ເຜົ່າກືມມຸ ເຜົ່າອາຄ່າ ແລະ ເຜົ່າມົ້ງ ທີ່ດໍາລົງຊີວິດ ຢູ່ຮ່ວມກັນ. ມີຮ່ອງຮອຍປະຫວັດສາດ ແລະ ອາລິຍະທໍາອັນເກົ່າແກ່ ໂດຍສະເພາະ ວັດວາອາຮາມ ແລະ ໃນນີ້ກໍ່ຄື ວັດພະເຈົ້າສິງຄໍາ ໄຊຍະຣາມ.
ວັດພະເຈົ້າສິງຄໍາ ໄຊຍະຣາມ ຕັ້ງຢູ່ລະຫວ່າງກາງ ບ້ານດອນສະອາດ ແລະ ບ້ານ ວຽງຄໍາ ເມືອງຫລາ, ແຂວງອຸດົມໄຊ ເຊີ່ງວັດດັ່ງກ່າວຕໍານານໄດ້ກ່າວໄວ້ວ່າ ພື້ນທີ່ບໍລິເວນວັດແຫ່ງນີ້ ເອີ້ນວ່າ ພຸເຂົາຄວຍ, ມາຮອດທ້າຍສັດຕາວັດທີ 14 ພາຍຫລັງພະເຈົ້າຟ້າງຸ່ມ ທ້ອນໂຮມອານາຈັກລາວລ້ານຊ້າງ ເປັນຜຶນແຜນດິນດຽວ ໃນປີ ຄສ 1553 ຊາວບ້ານຫາດນາງ ທີ່ຂື້ນກັບເມືອງຂວາ ໄດ້ອອກໄປທໍາມາຫາກິນ ແລະ ໄດ້ໄປຄ່ວງແຫ ຫາປາ ທີ່ສາຍນໍ້າພາກ ພໍຄ່ວງມາຮອດວັງຫ້ອມ ແຫຂອງຊາວບ້ານໄດ້ໄປເກາະເອົາພະພຸດທະຮູບອົງຫນຶ່ງໃນນໍ້າ ແລະ ຫລັງຈາກນັ້ນ ຈິ່ງໄດ້ນໍາຂື້ນມາ ແລ້ວນໍາໄປປະດິດສະຖານໄວ້ພູເຂົາຄວຍ ທີ່ເມືອງຫລາ, ເຊີ່ງເປັນວັດພະເຈົ້າສິງຄໍາ ໃນປະຈຸບັນ. ແຕ່ກ່ອນແມ່ນໄດ້ສ້າງເປັນພະພາຍ ທີ່ມົງດ້ວຍຫຍ້າ ແລະ ຕໍ່ມາຈິ່ງໄດ້ມີການສ້າງອຸໂມງກວມໄວ້ ເຊີ່ງເປັນອຸໂມງທີ່ເຫັນໃນປະຈຸບັນ ພາຍໃນອາຣາມ ພາຍໃນວັດແຫ່ງນີ້, ວັດໄດ້ຮັບການປະຕິສັງຂອນ ແລະ ບູລະນະໃຫ້ມີຄວາມຈະເລີນມາເຖິງປະຈຸບັນ.
ປະຈຸບັນ ວັດພະເຈົ້າສິງຄໍາ ມີອາຍຸ ປະມານ 700 ປີມາແລ້ວ, ວັດແຫ່ງນີ້ ເປັນວັດທີ່ເກົ່າແກ່, ມີຄວາມສວຍງາມເປັນເອກະລັກ, ເປັນສູນລວມຈິດໃຈຂອງຊາວແຂວງອຸດົມໄຊ ແລະ ຊາວລາວໃນທົ່ວປະເທດ ແລະ ທີ່ສໍາຄັນ ເປັນບ່ອນປະດິດສະຖານຂອງ ອົງພະເຈົ້າສິງຄໍາ ຫລທ ພະເຂົ້າແຊກຄໍາ. ພະພຸດທະຮູບພະເຈົ້າສິງຄໍາ ເປັນພະພຸດທະຮູບອົງສັກສິດ ເປັນທີ່ເຄົາລົບບູຊາ ຂອງປະຊາຊົນຊາວເມືອງຫລາ, ຊາວແຂວງອຸດົມໄຊ ແລະ ພຸດທະສາສະນິກະຊົນ ຄົນລາວ ທົ່ວປະເທດ. ມາແຕ່ບູຮານນາການ.
ວັດພະເຈົ້າສິງຄໍາ ໄຊຍະຣາມ ແຫ່ງນີ້ ແມ່ນເປັນທີ່ປະດິດສະຖານພະເຈົ້າສິງຄໍາ ເຊີ່ງເປັນພະພຸດທະຮູບເກົ່າແກ່-ສັກສິດ, ມີປະຫວັດຄວາມເປັນມາ ທີ່ສະຫລັບຊັບຊ້ອນ ມາຍາວນານ, ພະພຸດທະຮູບອົງນີ້ ເປັນພະພຸດທະຮູບປາງລາມາ ວິໄຊ ຫລໍ່ຂື້ນດ້ວຍໂລຫະ 3 ຢ່າງ ຄື: ທອງສໍາລິດ, ທອງຫລາວ ແລະ ທອງແຂ້, ມີລວງສູງແຕ່ຍອດເກດ ລົງມາຫາແທ່ນ 144 ຊັງຕິແມັດ, ຫນ້າເອີກ 54 ຊັງຕິແມັດ ແລະ ຫນ້າຕັກກວ້າງ 76 ຊັງຕີແມັດ. ມີນໍ້າຫນັກ ປະມານ 200 ກິໂລກຣາມ, ມີສິລະປະການຫລໍ່ທີ່ສວຍງາມ ໄດ້ສະສ່ວນ ມີໃບຫນ້າສະຫງ່າງາມ, ຮີມປາກຍີມແຍມດ້ວຍຄວາມເບີກບານ, ດວງຕາອ່ອນໂຍນ ສະແດງອອກເຖິງ ພົມວິຫານ 4 ໄດ້ແກ່ ຄວາມເມດຕາ, ກາລະນາ, ມຸທິຕາ ແລະ ອຸເປກຂາ ເຫັນໄດ້ຢ່າງຊັດເຈນ. ເປັນພະພຸດທະຮູບຊົງເຄື່ອງ ແລະ ແຜງດ້ວຍຄວາມເປັນມົນຂັງ ຜູ້ໃດໄດ້ພົບເຫັນ ແລະ ຂາບໄຫວບູຊາ ຈະເກິດພະລັງສັດທາຢ່າງຍິງ ແລະ ເຫລື່ອມໃສ ສັດທາ. ພະເຈົ້າສິງຄໍາ ຕາມປະຫວັດ ໄດ້ກ່າວໄວ້ວ່າ ສ້າງຂື້ນ ເມື່ອ 2 ພັນປີກ່ອນ ທີ່ລັງກາທະວີບ ດ້ວຍພະເຖລາສາວົກ ທີ່ຊົງວຸດທິ ໃນພຸດທະສາສະຫນາ ສະໄຫມພຸດທະການ.
Editor: ກຳປານາດ ລັດຖະເຮົ້າ