ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ໄດ້ຈັດງານຖະແຫລງຂ່າວ ກຽມເປີດງານຕະຫລາດນັດແຮງງານ ປະຈໍາປີ 2018 ເຊີ່ງງານດັ່ງກ່າວ ຈະໄດ້ເປີດຂື້ນ ໃນລະຫວ່າງ ວັນທີ 4-8 ພຶດສະພາ 2018 ທີ່ຈະມາເຖິງນີ້, ພີທີຖະແຫລງຂ່າວ ໄດ້ຈັດຂື້ນ ໃນວັນທີ 20 ເມສາ 2018 ທີ່ຜ່ານມາ ຢູ່ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ. ໂດຍການເປັນປະທານ ຂອງ ທ່ານນາງ ລໍາພອຍ ສີອັກຄະຈັນ ຫົວຫນ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫລວງວຽງຈັນ, ໂດຍມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.
ທ່ານນາງ ລໍາພອຍ ສີອັກຄະຈັນ ຫົວຫນ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ການຈັດງານຕະຫລາດນັດແຮງງານ ຂື້ນນີ້ ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2018 ຂອງນະຄອນຫລວງວຽງຈັນ ຄາດຫມາຍທີ 3 ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ປະກົດຜົນເປັນຈິງ, ຄວບຄຸມອັດຕາການຫວ່າງງານໃຫ້ຢູ່ໃນລະດັບ 2 ສ່ວນຮ້ອຍ ຕໍ່ປີ, ພັດທະນາແຮງງານໃຫ້ໄດ້ 15,000 ຄົນ ( ຫນື່ງຫນື່ນ ຫ້າພັນຄົນ) ແລະ ຈັດຫາວຽກເຮັດງານທໍາໃຫ້ໄດ້ 35,000 ຄົນ ( ສາມຫມຶ່ນ ຫ້າພັນຄົນ) ພ້ອມກັນນີ້ ຍັງເປັນການສ້າງເງື່ອນໄຂ ແລະ ເອື້ອອໍານວຍຄວາມສະດວກໃຫ້ຜູ້ຕ້ອງການວຽກເຮັດງານທໍາ ແລະ ຫົວຫນ່ວຍແຮງງານ ໄດ້ພົບປະກັນ, ລູກຈ້າງໄດ້ມີໂອກາດໂອ້ລົມກັບນາຍຈ້າງໂດຍກົງ, ນໍາໄປສູ່ການສະຫນັກງານ ແລະ ຖືກບັນຈຸເຂົ້າຕໍາແຫນ່ງງານຫວ່າງ ທີ່ເຫມາະສົມກັບຄວາມຮູ້-ຄວາມສາມາດຂອງຜູ້ຊອກວຽກ. ນອກຈາກນີ້, ງານດັ່ງກ່າວ ຍັງເປັນເວທີສົ່ງເສີມການຕະຫລາດຂອງອົງກອນ ເຊັ່ນ: ຜະລິດຕະພັນ-ການບໍລິການ ລວມທັງການເປີດຊ່ອງທາງໃຫ້ແຕ່ລະອົງກອນ ໄດ້ຊອກຄູ່ຮ່ວມທຸລະກິດໃຫມ່.
ທ່ານ ນາງ ລໍາພອຍ ສີອັກຄະຈັນ ກ່າວຕື່ມວ່າ: ງານຕະຫລາດນັດແຮງງານ ປີນີ້ ແມ່ນຈັດໃຫຍ່ກວ່າປີຜ່ານມາ ເຊີ່ງປະກອບດ້ວຍຫລາຍກີດຈະກໍາ ເປັນຕົ້ນແມ່ນ:
- ລົງທະບຽນຮັບສະຫມັກງານ ແລະ ກິດຈະກໍາໃຫ້ຂໍ້ມູນຂ່າວສານກ່ຽວກັບການຊອກວຽກເຮັດງານທໍາ, ຂໍ້ມູນກ່ຽວກັບການຝຶກອົບຮົມວິຊາຊີບ, ຂໍ້ມູນກ່ຽວກັບການຂະຫຍາຍຕົວຂອງຕະຫລາດແຮງງານ
- ກິດຈະກໍາວາງສະແດງຮູບພາບການເຄື່ອນໄຫວວຽກງານຂອງການພັດທະນາສິມືແຮງງານ ແລະ ການຈັດຫາງານໃນປີຜ່ານມາ, ວາງສະແດງຜົນງານການແຂ່ງຂັນສີມືແຮງງານ, ວາງສະແດງເອກະສານມາດຕະຖານສີມືແຮງງານແຫ່ງຊາດ, ວາງສະແດງຜະລິດຕະພັນສິນຄ້າ ແລະ ການບໍລິການຂອງຫົວຫນ່ວຍແຮງງານ
- ການນໍາສະເຫນີ ແລະ ໂຄສະນາເຜີຍແຜ່ເວັບໄຊ ເພື່ອຊອກຫາແຫລ່ງຂໍ້ມູນດ້ານການຊອກວຽກເຮັດງານທໍາ ໂດຍຜ່ານທາງອິນເຕີເນັດ.
- ຈັດເວທີສົນທະນາກ່ຽວກັບການສ້າງ ແລະ ພັດທະນາສີມືແຮງງານ, ຄວາມຕ້ອງການຂອງຕະຫລາດແຮງງານ. ບັນຫາ ແລະ ສີ່ງທ້າທາຍໃນການຕອບສະຫນອງແຮງງານ
- ເວທີສົນທະນາ ກ່ຽວກັບການຮັບສະຫນັກງານ ໃຫ້ເຂົ້າລະບົບການຈັດຫາງານ
- ກິດຈະກໍາ ຖາມ-ຕອບ ຄວາມຮູ້ທົ່ວໄປກ່ຽວກັບແຮງງານ, ກົດຫມາຍແຮງງານ
- ກິດຈະກໍາການແຂ່ງຂັນສີມືແຮງງານ ຂອງນັກຮຽນ-ນັກສຶກສາ ຈາກສະຖາບັນຕ່າງໆ, ສູນວິຊາຊີບ
- ສາທິດການແກະສະຫລັກໄມ້, ການປະດິດດອກໄມ້ຢາງ, ການປຸງແຕ່ງອາຫານ, ການເສີມຄວາມງາມ, ການປະກອບໄຟຟ້າ, ການຕົບແຕ່ງໂຕະອາຫານ, ການໂຮງແຮມ ແລະ ອື່ນໆ. ພ້ອມນີ້ ຍັງນໍາສະເຫນີວິດີໂອການທ່ອງທ່ຽວ ເພື່ອໂຄສະນາແຫລ່ງທ່ອງທ່ຽວ ຂອງລາວ ໃນໂອກາດສະເຫລີມສະຫລອງປິທ່ອງທ່ຽວລາວ 2018
- ຄາດວ່າງານປີນີ້ ຈະມີຜູ້ເຂົ້າຮ່ວມງານ ປະມານ 5,000 ຄົນ ທີ່ມາທ່ຽວງານ ແລະ ສະຫມັກງານ ປະມານ 3,200 ຄົນ ແລະ ມີບັນດາບູດ ຮັບສະຫມັກງານ ຈໍານວນ 150 ບູດ. ງານຈະເລີມໃນວັນທີ 4-8 ພຶດສະພາ 2018 ທີ່ສູນການຄ້າລາວ-ໄອເຕັກ
Editor: ກຳປານາດ ລັດຖະເຮົ້າ