ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2561 ນີ້, ຢູ່ທີ່ເມືອງຫົງສາ, ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງບຸນປະເພປີລາວ ພສ 2561 ດ້ວຍການຈັດພິທີ ບາສີສູ່ຂັວນອວຍພອນປີໃໝ່ລາວ ໃຫ້ແກ່ພະນັກງານການນໍາຂອງເມືອງ, ພະນັກງານປະຕິວັດອາວຸໂສບໍານານ ພະນັກງານ - ລັດຖະກອນຂື້ນໃນວັນທີ 18 ເມສາ 2018 ນີ້ ຢູ່ທີ່ທ່າຊ່ວງເຮືອ ບ້ານສີບຸນເຮືອງ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄໍາ ເພັດ ພົມມະລາດ ເລຂາພັກເມືອງເຈົ້າເມືອງໆຫົງສາ ມີການນໍາຂອງເມືອງ, ຫົວໜ້າຫ້ອງການ, ກົມກອງພະນັກງານລັດຖະກອນ, ແຂກຖືກເຊີນ, ອໍານາດການປົກຄອງບ້ານ, ເຖົ້າແກ່, ຜູ່ຊົງຄຸນວຸດທິຢູ່ໃນບ້ານເທດສະບານເມືອງເຂົ້າຢ່າງຫຼວງຫຼາຍ.
ການສະເຫຼີມສະຫຼອງບຸນປະເພປີລາວປີນີ້ ແມ່ນຈັດຂື້ນແຕກຕ່າງຈາກປີຜ່ານມາ ເຊີ່ງນອກຈາກຈະເປັນການຈັດຈັດພິທີບາສີສູ່ຂັວນອວຍພອນປີໃໝ່ລາວ ໃຫ້ແກ່ພະນັກງານການນໍາຂອງເມືອງແລ້ວ, ຢູ່ພາຍໃນງານແມ່ນໄດ້ຈັດຫຼາຍກິດຈະກໍາຕ່າງໆ ເປັນຕົ້ນປະກວດ ພາຂັວນງາມ ຈາກ 14 ບ້ານຢູ່ພາຍເມືອງ, ແຂ່ງຂັນຊົກມວຍກາງນໍ້າ ມີ 18 ຄົນ, ແລະ ແຂ່ງຂັນເຮືອຢາງ ມີ 17 ທີມ, ຊີງຂັນທ່ານເຈົ້າເມືອງຫົງສາ ລະຫວ່າງ ສໍານັກງານ,ອົງການ ໂຮງຮຽນ ແລະ ບ້ານເທດສະບານເມືອງ, ຜ່ານການແຂ່ງຂັນພາຂັວນງາມຊະນະເລີດ ( ທີ 1 ) ແມ່ນບ້ານວຽງແກ້ວ ໄດ້ຮັບເງີນສົດ 5 ແສນກິບ, ແຂ່ງຂັນຊົກມວຍກາງນໍ້າ ຊະນະເລີດ (ທີ 1 ) ທ້າວ ວັນ ຢູ່ບ້ານສີບຸນເຮືອງ ໄດ້ຮັບຂັນໂລ້ 1 ໜ່ວຍ, ພ້ອມເງີນສົດ 5 ແສນກິບ, ແລະ ແຂ່ງຂັນເຮືອຢາງ ໄດ້ຊະນະເລີດ (ທີ 1 ) ຫ້ອງການໄອຍະການເຂດ 3 ໄດ້ຮັບຂັນໂລ້ 1 ໜ່ວຍ, ພ້ອມເງີນສົດ 5 ແສນກິບ, ເພື່ອໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ.
ໃນໂອກາດດັ່ງກ່າວ,ທ່ານ ຄໍາເພັດ ພົມມະລາດ ກໍ່ໄດ້ອວຍພອນໄຊໃຫ້ພະນັກງານການນໍາຂອງເມືອງ,ພະນັກງານປະຕິວັດອາວຸໂສບໍານານ ພະນັກງານ - ລັດຖະກອນທົ່ວເມືອງ ຈົ່ງມີສຸຂະພາບເຂັ້ມແຂງ,ຫ້າວຫັນໜັ້ນຍືນຕະຫຼອດໄປຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ