ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ສຶບຕໍ່ຢ້ຽມຢາມ ແລະ ພົບປະ ການນໍາແຂວງຄໍາມ່ວນ ໂດຍການຕ້ອນຮັບ ຂອງ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະນໍາພາຍໃນແຂວງ ໂອກາດດັ່ງກ່າວ ທ່ານນາຍົກ ໄດ້ໃຫ້ກຽດໂອລົມ ພ້ອມທັງຍ້ອງຍໍຊົມເຊີຍ ຕິລາຄາສູງ ຕໍ່ຜົນສໍາເລັດໃນການຈັດຕັ້ງວຽກງານ ໃນໄລຍະຜ່ານມາ ຂອງແຂວງ, ແລະ ເພື່ອເປັນທິດທາງແກ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ໄດ້ຮັບການພັດທະນາຢ່າງຮອບດ້ານ ເຊີ່ງທ່ານ ໄດ້ເນັ້ນຫນັກ ໃນຫລາຍບັນຫາ ເປັນຕົ້ນ:
- ເອົາໃຈໃສ່ເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການ ຫລື ລື່ນແຜນການ ໂດຍມີມາດຕະຖານທີ່ເຫມາະສົມ, ເຂັ້ມງວດ, ໂປ່ງໃສຄົບຖ້ວນ, ທັນເວລາ ແລະ ສາມາດກວດສຶບໄດ້.
- ເອົາໃຈໃສ່ກວດກາຄືນ, ແກ້ໄຂ ແລະ ຄຸ້ມຄອງວຽກງານພາຫານະ ແລະ ການຂົນສົ່ງ ໃຫ້ມີການເຄື່ອນໄຫວຢ່າງຖືກຕ້ອງ ຕາມລະບຽບກົດຫມາຍ ຢ່າງເຄັ່ງຄັດ.
- ເອົາໃຈໃສ່ຄຸ້ມຄອງການລົງທຶນຂອງລັດ ຢ່າງມີຈຸດສຸມ, ມີການເລືອກເພັ້ນ ຄິດໄລ່ຢ່າງສົມເຫດສົມຜົນ ບົນພື້ນຖານຈິດໃຈ ປະຫຍັດມັດທະຍັດ, ມີຄຸນນະພາບ, ໄດ້ມາດຕະຖານ, ນໍາໃຊ້ໄດ້ຍາວນານ ແລະ ເກິດປະສິດທິຜົນ ຕໍ່ປະເທດຊາດ ແລະ ປະຊາຊົນ ຢ່າງແທ້ຈິງ.
- ສຶບຕໍ່ເຂັ້ມງວດ, ເດັດຂາດ ແລະ ຄວາມສະເໝີພາບໃນສັງຄົມ ຕໍ່ການປະຕິບັດລະບຽບກົດຫມາຍ ແລະ ນະໂຍບາຍຕ່າງໆ ເປັນຕົ້ນ ຄໍາສັ່ງ 15/ນຍ. ການນໍາສິນຄ້າ, ແກ້ໄຂບັນຫາການນໍາເຂົ້າລົດທີ່ບໍ່ຖຶກຕ້ອງ, ການແກ້ໄຂບັນຫາຢາເສບຕິດ, ການເສຍພັນທະພາສີອາກອນຕ່າງໆ ແລະ ວຽກງານອື່ນໆ
- ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງພົບປະປະຊາຊົນ ທີ່ກຸ່ມບ້ານດອນຂຽວ, ພ້ອມທັງຢ້ຽມຢາມໂຮງສິເຂົ້າ ທີ່ບ້ານດົງຂວາງ ເມືອງຫນອງບົກ ແລະ ຢ້ຽມຢາມ ບັນດາບໍລິສັດ ຕ່າງໆ.
Editor: ກຳປານາດ ລັດຖະເຮົ້າ