ເນື່ອງໃນໂອກາດ ຢ້ຽມຢາມ ແລະ ເຮັດວຽກທີ່ແຂວງສະຫວັນນະເຂດ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊີ່ງທ່ານໄດ້ໃຫ້ກຽດໂອ້ລົມ, ຍ້ອງຍໍຊົມເຊີຍ ຕີລາຄາສູງຕໍ່ຜົນສໍາເລັດ ທີ່ອໍານາດການປົກຄອງ ແລະ ປະຊາຊົນແຂວງສະຫວັນນະເຂດ, ພ້ອມຍົກໃຫ້ເຫັນສະພາບການພັດທະນາ ທີ່ພົ້ນເດັ່ນ ລວມທັງສິ່ງທ້າທາຍຕ່າງໆ, ທີ່ປະເທດເຮົາພວມປະເຊີນ, ລວມທັງມູນເຊື້ອອັນດີງາມ ແລະ ທ່າແຮງໃນການພັດທະນາແຂວງສະຫວັນນະເຂດ ເພື່ອເປັນທິດທາງແກ່ການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງ ໄດ້ຮັບການພັດທະນາຍ່າງຮອບດ້ານໃນຕໍ່ຫນ້າ. ພ້ອມກັນນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນຫນັກ ໃຫ້ການນໍາຫລັກແຫລ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ໃນບາງດ້ານ ເປັນຕົ້ນ:
- ການເບີກຈ່າຍເງິນເດືອນຂອງພະນັກງານ-ລັດຖະກອນ ໃຫ້ທັນກັບກໍານົດເວລາ ຢ່າງເປັນປຢກກະຕີ ໂດຍໃຫ້ຖືເປັນຫນ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງພາກສ່ວນ ແລະ ຂະແຫນງການທີ່ກ່ຽວຂ້ອງ.
- ລົງເລີກຄຸ້ມຄອງລາຄາສິນຄ້າ ດ້ວຍຄວາມເປັນເຈົ້າການ, ແທດເຖິງຕົວຈິງ, ເປັນແບບຢ່າງໃຫ້ແກ່ທ້ອງຖິ່ນອື່ນໆ ໂດຍຈໍາກັດການນໍາເຂົ້າຂອງສິນຄ້າ ທີ່ສາມາດຜະລິດໄດ້ພາຍໃນປະເທດ, ສົ່ງເສີມການສ້າງມູນຄ່າໃຫ້ແກ່ຜະລິດຕະພັນພາຍໃນ ໂດຍສະເພາະການຜະລິດຂອງປະຊາຊົນ.
- ເອົາໃຈໃສ່ການຄຸ້ມຄອງການລົງທຶນ ຂອງລັດ ຢ່າງມີຈຸດສຸມ, ມີການເລືອກເພັ້ນ ຢ່າງຖືກຕ້ອງ ແລະ ຍາດແຍ່ງເອົາການລົງທຶນໃຫ້ຫລາຍຂື້ນເລື້ອຍໆ. ແລະ ຍັງມີຫລາຍຫນ້າວຽກ ທີ່ທ່ານໄດ້ເນັ້ນຫນັກ.
- ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດໃນຄັ້ງນີ້ ທ່ານນາຍົກ ລັດຖະມົນຕີ ຍັງໄດ້ຢ້ຽມຢາມຟາມຫມູ ທີ່ບ້ານຫລັກ 35 ເມືອງຈໍາພອນ, ພ້ອມທັງພົບປະໂອລົມປະຊາຊົນ ທີ່ບ້ານທ່າຂາມລຽນ ແລະ ຢ້ຽມຢາມກຸ່ມຜະລິດຫັດຖະກໍາຕໍາແຜ່ນ ທີ່ບ້ານລະຫານໍ້າ ເມືອງສອງຄອນ. ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ