ພິທີປະກາດສ້າງຕັ້ງນະຄອນຫຼວງພະບາງ ຢ່າງເປັນທາງການ ຈັດຂື້ນໃນທ່າມກາງສະເຫລີມ ສະຫລອງປີໃຫມ່ລາວ ທີ່ຫລວງພະບາງ ໃນວັນທີ 15 ເມສາ 2018 ນີ້ ຢູ່ໜ້າຫໍພິພິຕະພັນແຫ່ງຊາດຫຼວງພະບາງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ການນໍາພັກ-ລັດຂັ້ນສູງ ການນຳຂອງແຂວງ, ເມືອງ, ແຂກທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດມວນຊົນແຂວງຫຼວງ ພະບາງເປັນຈຳນວນຫຼວງຫຼາຍ.
ພິທີເລີ່ມຕົ້ນຂື້ນໂດຍການຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ເລກທີ່ 126/ນຍ ລົງວັນທີ່ 11 ເມສາ 2018 ວ່າດ້ວຍການສ້າງຕັ້ງນະຄອນຫຼວງພະບາງ ໂດຍ ທ່ານ ຄຳມູນ ວິວົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ປະກອບມີ 5 ມາດຕາ ໂດຍສະເພາະມາດຕາ 1 ເວົ້າເຖິງການສ້າງຕັ້ງ ນະຄອນ-ຫຼວງພະບາງ ປ່ຽນແທນ ເມືອງຫຼວງພະບາງ ເຊິ່ງເປັນອົງການປົກຄອງທ້ອງຖິ່ນຂັ້ນດຽວກັບເມືອງ ຂື້ນກັບແຂວງຫຼວງພະບາງ, ມີເນື້ອທີ່ທັງໝົດ 761 ກິໂລຕາແມັດ, ປະກອບມີ 114 ບ້ານ ແລະ ມີພົນລະເມືອງທັງໝົດ 97.760 ຄົນ ຍິງ 48.167 ຄົນ,
ຈາກນັ້ນ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງລວງພະບາງ ໄດ້ຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບການສ້າງຕັ້ງນະຄອນ ຫຼວງພະບາງ ບາງຕອນວ່າ: ການທີ່ອົງການປົກຄອງແຂວງ ຄົ້ນຄວ້າ ແລະ ນຳສະເໜີຍົກຖານະເມືອງຫຼວງພະບາງ ຂື້ນເປັນນະຄອນ ເພື່ອເຮັດໃຫ້ການເຊື່ອມໂຍງ ແລະ ພົວພັນຮ່ວມມື ລວມທັງການຊ່ວຍເຫຼືອດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບການພັດທະນາສ້າງນະຄອນ ຫຼວງພະບາງ ໃຫ້ກາຍເປັນນະຄອນສີຂຽວ, ສະອາດງາມຕາ, ໜ້າຢູ່ ແລະ ໜ້າທ່ຽວຊົມ ຕິດພັນກັບການປົກປັກຮັກ ສາສິ່ງແວດລ້ອມແບບຍືນຍົງ
ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງລວງພະບາງ ໄດ້ຂື້ນປະກາດ ເມືອງຫຼວງພະບາງ ເປັນນະຄອນຫຼວງພະບາງຢ່າງເປັນທາງການ ພ້ອມທັງຮຽນເຊີນທ່ານປະທານປະເທດໃຫ້ກຽດລັ່ນຄ້ອງ 9 ບາດເພື່ອເປັນສີລິມຸງຄຸນ ພິທີປະກາດສ້າງຕັ້ງຫຼວງພະບາງ ເປັນນະຄອນ ໄດ້ຈັດຂື້ນພ້ອມກັນກັບການຈັດງານບຸນປີໃໝ່ລາວທີ່ແຂວງຫຼວງພະບາງ ກຳນົດເອົາເປັນກິດຈະກໍາຫລັກ ໃນການສະເຫລີມສະຫລອງປີທ່ອງທ່ຽວລາວ 2018
Editor: ກຳປານາດ ລັດຖະເຮົ້າ