ຕຳນານຂອງ ປູ່ເຍີ-ຍ່າເຍີ ເປັນຜູ້ມີບຸນຄຸນກັບຄົນລາວຫລາຍ ເລົ່າກັນວ່າ: ດົນມາແລ້ວມີເມືອງໜຶ່ງຊື່ວ່າ ເມືອງແຖນ ເກີດອາເພດມີພູເຂົາລູກໜຶ່ງເຕີບໂຕ ພູເຂົາລູກນີ້ໄດ້ໃຫຍ່ຂຶ້ນ ແລະ ສູງຂຶ້ນໄປເລື່ອຍໆ ຈົນເຖິງເມືອງສະຫວັນ ເປັນເຫດໃຫ້ແສງອາທິດ ບໍ່ສາມາດສາດສ່ອງລົງມາ ໃຫ້ຄວາມອົບອຸ່ນ ແກ່ຜືນດິນໄດ້ ຜູ້ຄົນໃນເມືອງແຖນ ຕ່າງກໍໄດ້ຮັບຄວາມເດືອດຮ້ອນຈາກຄວາມໜາວເຢັນ ຂຸນບູລົມ ເຈົ້າເມືອງແຖນ ຈຶ່ງໄດ້ຮຽກບັນດາເສນາອາມາດ ມາປຶກສາວ່າ ຈະເຮັດຢ່າງໃດຈຶ່ງຈະຕັດພູເຂົາທີ່ສູງໃຫຍ່ນີ້ໄດ້, ປຶກສາກັນແລ້ວ ບໍ່ມີໃຜສາມາດເຮັດການນີ້ໄດ້ ກໍເລີຍຕົກລົງໃຈ ປະກາດຫາອາສາສະໝັກ ໃຫ້ໄປຕັດພູເຂົານີ້ ແຕ່ຈົນແລ້ວຈົນເລົ່າ ກໍບໍ່ມີໃຜອາສາ ໃນທີ່ສຸດກໍມີສອງເຖົ້າຜົວເມຍ ຊື່ ປູ່ເຍີ-ຍ່າເຍີ ເຂົ້າມາອາສາໄປຕັດພູເຂົາລູກນີ້ເອງ ຂຸນບູລົມ ດີໃຈເປັນຢ່າງຍິ່ງ ທີ່ລົງປະກາດໄປແລ້ວມີຄົນມາຮັບອາສາ ເຖິງແມ່ນວ່າ ໃນໃຈຈະບໍ່ຄາດຫວັງວ່າສອງເຖົ້າ ທີ່ແກ່ເຖົ້າ ຂຸນບູລົມ ຊື່ນຊົມໃນຄວາມກ້າຫານ ຂອງສອງເຖົ້າ ຈຶ່ງປະກາດວ່າ ຈະປະທານໃຫ້ທຸກສິ່ງຕາມທີ່ສອງເຖົ້າຂໍມາ ດັ່ງນັ້ນເມື່ອກ່ອນທີ່ທັງສອງ ຈະອຳລາໄປຕັດພູເຂົາ ສອງເຖົ້າກໍທູນຂໍໄວ້ຢ່າງໜຶ່ງວ່າ: ຖ້າພວກຕົນປະຕິບັດງານນີ້ຈົນສຳເລັດ ແຕ່ເກີດເສຍຊີວິດລົງ ຂໍໃຫ້ປະຊາຊົນທຸກຄົນຢ່າໄດ້ລືມຊື່ຂອງພວກຕົນ, ວ່າແລ້ວສອງເຖົ້າ ກໍເດີນທາງມຸ້ງໜ້າໄປຍັງພູເຂົາສູງ ແລະ ລົງມືໃຊ້ຂວານຄົນຍັກ ຕັດພູເຂົາລູກນີ້ທັນທີ ປູ່ເຍີ-ຍ່າເຍີ ໃຊ້ເວລາຕັດພູເຂົາ ເປັນເວລາ 3 ເດືອນ, ກັບອີກ 3 ມື້, ຈົນໃນທີ່ສຸດພູເຂົາລູກນີ້ ກໍໂຄ່ນພັງທະລາຍ ແສງສະຫວ່າງ ແລະ ຄວາມອົບອຸ່ນກໍກັບຄືນສູ່ເມືອງແຖນ ຕາມເດີມ ແຕ່ເປັນເລື່ອງທີ່ ໜ້າເສົ້າໃຈ ພູເຂົາລູກນີ້ໄດ້ລົ້ມລົງທັບ ປູ່ເຍີ-ຍ່າເຍີ ເຮັດໃຫ້ຊາວບ້ານສັດທາເຖົ້າທັງສອງສືບຕໍ່ມາຈົນເຖິງທຸກມື້ນີ້ ເມື່ອຊາວບ້ານຈະກິນເຂົ້າ ຈະທຳການສິ່ງໃດ ມັກຮຽກຫາສອງເທົ່ານີ້ດ້ວຍຄຳວ່າ “ ປູ່ມາເຍີ ຍ່າມາເຍີ ” “ ປູ່ກິນເຍີ ຍ່າກິນເຍີ ” ກ່ອນສະເໝີ ແລະ ຈະກໍ່ທໍາສັກກາລະບູຊາທຸກປີ ໃນຂະບວນແຫ່ວໍ ຈະເຫັນ ຊຸດປູ່ເຍີ-ຍ່າເຍີ ມີໜ້າກົມໆ ຂະໜາດໃຫຍ່ ເຮັດດ້ວຍໄມ້ປະດູ່ ທາສີແດງ ຕາມຕົວມີຂົນຍາວລຸງລັງເຮັດຈາກປໍ້ ແລະ ມີຕົວ “ ສີງແກ້ວ ” ເປັນສັດລ້ຽງ ຊຸດປູ່ເຍີ-ຍ່າເຍີ ແລະ ສີງແກ້ວນີ້ເປັນຂອງທີ່ຕົກທອດຄູ່ບ້ານຄູ່ເມືອງ ມາແຕ່ບູຮານນະການ ແລະ ມີການສ້ອມແຊມ ກັນມາຕະຫລອດ ເພາະທຸກປີ ປູ່ເຍີ-ຍ່າເຍີ ມັກຖືກຊາວບ້ານດຶງຂົນອອກໄປຄົນຫຍິບສອງຫຍິບ ຄົນຫລວງພະບາງ ຖືເຄັດວ່າຖ້າໃຊ້ຂົນ ຂອງປູ່ເຍີ-ຍ່າເຍີ ຜູກຂໍ້ມືໃຫ້ເດັກ ຈະຊ່ວຍປ້ອງກັນພູດຜີ ແລະ ສິ່ງຊົ່ວຮ້າຍ ບໍ່ໃຫ້ລ້ຳກາຍເດັກໄດ້ ເດັກຄົນໃດມັກຮ້ອງໄຫ້ ພໍ່ແມ່ຈະຫາຂົນຂອງປູ່ເຍີ-ຍ່າເຍີ ມາຜູກຂໍ້ມືໃຫ້ ຜູ້ທີ່ຫລິ້ນເປັນ ປູ່ເຍີ-ຍ່າເຍີ ແລະ ສີງແກ້ວ ຕ້ອງມາຈາກຄົນໃນສາຍມູນເຊື້ອດຽວກັນ ຊຶ່ງສືບທອດມາແຕ່ອະດີດ ທັງຍັງຕ້ອງເຮັດພິທີເຊັ່ນໄຫວ້ ແລະ ຄວບຄູ່ກັນ ທຸກເທື່ອກ່ອນ, ສວມຊຸດ ປູ່ເຍີ-ຍ່າເຍີ ມີບົດບາດໃນພິທີກຳຊ່ວງບຸນປີໃໝ່ຫລາຍ ຕ້ອງຮ່ວມໃນຂະບວນແຫ່ວໍ ທັງຂາໄປວັດຊຽງທອງ ແລະ ກັບວັດມະຫາທາດ ຕ້ອງຢູ່ໃນຂະບວນແຫ່ພະບາງອອກຈາກຫໍພິພິທະພັນ ລວມທັງເປັນຜູ້ຂຶ້ນສົງນ້ຳພະບາງ ເປັນຄູ່ແຮກໃນ ວັດໃໝ່ ປູ່ເຍີ-ຍ່າເຍີ ຈຶ່ງເປັນເຫມືອນໜຶ່ງຕົວແທນບັນພະບຸລຸດຂອງຊາວລາວທັງໝົດ.
Editor: ກຳປານາດ ລັດຖະເຮົ້າ