ວັນທີ 17 ເມສາ 2018, ຜ່ານມາ ທີ່ໂຮງແຮມ ຮວາຕຽນ ນະຄອນຊາງຊາ ແຂວງຫູໜານ ສາທາລະນະລັດ ປະຊາຊົນຈີນ ໄດ້ມີກອງປະຊຸມສຳມະນາ ສົ່ງເສີມການທ່ອງທ່ຽວ ລາວ-ຫູໜານ, ໃນກອງປະຊຸມສໍາມະນາຄັ້ງນີ້ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊະມົນຕຣີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຄະນະຜູ້ແທນຂະແຫນງການ ຖວທ ຂອງລາວ, ຕົວແທນຂະແຫນງການກ່ຽວຂ້ອງຂອງແຂວງ ຫູໜານ ພ້ອມດ້ວຍນັກທຸລະກິດຂອງແຂວງຫູໜານ ແລະ ຕົວແທນນັກສຶກສາລາວ ທີ່ພວມສຶກສາຢູ່ທີ່ ຫູໜານ ເຂົ້າຮ່ວມ 100 ກວ່າຄົນ.
ໃນກອງປະຊຸມ, ໄດ້ມີການນຳສະເໜີຂໍ້ມູນການທ່ອງທ່ຽວຂອງ ສປປ ລາວ ເພື່ອແລກປ່ຽນຂໍ້ມູນກ່ຽວກັບການທ່ອງທ່ຽວສອງຝ່າຍ ລາວ-ຈິນ, ເຊິ່ງໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມເປັນຢ່າງດີ ນັກທ່ອງທ່ຽວຈາກແຂວງຫູໜານ ທີ່ເຂົ້າມາລາວ ນັບມື້ເພີ່ມຂຶ້ນ, ເວົ້າສະເພາະນັບແຕ່ທີ່ມີການເປີດການບິນໂດຍກົງ ວຽງຈັນ-ຊາງຊາງ (ນັບແຕ່ປີ 2015) ເປັນຕົ້ນມາ, ເຊີ່ງແຕ່ລະປີມີນັກທ່ອງທ່ຽວຈິນ ເດີນທາງມາ ຫລາຍພັນຄົນ.
Editor: ກຳປານາດ ລັດຖະເຮົ້າ