ເພື່ອເປັນການຂໍ່າຮັບຕອນວັນບຸນປີໃໝ່ລາວ ທີ່ຫ້ອງວ່າການປົກຄອງແຂວງ ໂດຍແມ່ນຄະນະນໍາຂັ້ນແຂວງ ຮ່ວມກັບ ສະຫະພັນແມ່ຍິງແຂວງ ຈັດງານສະເຫຼີມສະຫຼອງປີໃໝ່ລາວ ປີ 2018 ໂດຍມີ ທ່ານ ຄໍາເຜີຍບ ບຸດດາວຽງ ເຈົ້າແຂວງ-ແຂວງເຊກອງ ພ້ອມດ້ວຍຄະນະປະຈໍາ, ກໍາມະການພັກແຂວງ, ພ້ອມດ້ວຍຄະນະພະແນກ ຕະຫຼອດຮອດພະນັກງານພະແນກການອ້ອມຂ້າງແຂວງເຂົ້າຮ່ວມ
ເຊິ່ງໃນພິ ໄດ້ມີການຕັກບາດສະຫວັນ ຄູບາ 19 ອົງ, ບາດສະຫວັນ 19 ໜ່ວຍ ແລະ ມີງານເທສະການອາຫານ ທີ່ສະມາຊິກສະຫະພັນແມ່ຍິງແຕ່ລະໜ່ວຍອ້ອມຂ້າງແຂວງ ໄດ້ປະກອບສ່ວນປຸງແຕ່ງອາຫານຫຼາກຫຼາຍຊະນິດມາປະກອບສ່ວນ (ຂາຍ) ພ້ອມດຽວກັນນີ້ ຍັງໄດ້ມີພິທີບາສີສູດຂັວນ ມັດແຂນການນໍາຂອງແຂວງ ກໍຄືຜູ້ເຂົ້າຮ່ວມທັງໝົດ ເພື່ອເປັນການອວຍພອນປີໃໝ່ເຊິ່ງ ແລະ ກັນ ຢ່າງຄຶກຄື້ນມ່ວນຊື່ນ.
ໃນໂອກາດນີ້ ທ່ານ ຄໍາເຜີຍ ບຸດດາວຽງ ເຈົ່າແຂວງເຊກອງ ໄດ້ກ່າວວ່າ : ເນື່ອງໃນໂອກາດບຸນປີໃໝ່ລາວ ຄສ 2018 ເຊິ່ງເປັນບາງບຸນໃຫຍ່ ທີ່ທຸກຄົນຊາວລາວທົ່ວປະເທດ ນັບຖືເປັນຮີດຄອງປະເພນີສືບທອດກັນມາແຕ່ດົນນານ ແລະໃນປີນີ້ ກໍໃກ້ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ພວກເຮົາຕາງໜ້າໃຫ້ຄະນະນຳຂັ້ນແຂວງທຸກຄົນ ຖືໂອກາດນີ້ ຂໍອວຍພອນໃຊອັນປະເສີດ ມາຍັງພັກ-ລັດ ຕະຫຼອດຮອດປະຊາຊົນ ບັນດາເຜົ່າຊາວແຂວງເຊກອງຈົ່ ງມີແຕ່ຄວາມສຸກຄວາມຈະເລີນ, ມີຄວາມສຸກກາຍ,ສຸກໃຈ, ມີຜົນສໍາເລັດໃນໜ້າທີ່ການງານທຸກປະການ ແລະ ຈັດຕັ້ງສະເຫຼີມສະຫຼອງດ້ວຍຄວາມເບີກບານມ່ວນຊື່ນ, ຖືກຕ້ອງສອດຄ່ອງຕາມຮີດຄອງປະເພນີ ແລະວັດທະນະທຳອັນດີງາມຂອງຊາດ ບົນຈິດໃຈປະຢັດມັດທະຍັດ.
Editor: ກຳປານາດ ລັດຖະເຮົ້າ