ພິທີເຊັນສັນຍາມອບ ຮັບ ຫຼື ເປີດນໍາໃຊ້ໂຄງການຮ່ວມມື ພັດທະນາຊາຍແດນລາວ - ຫວຽດນາມ ຢູ່ຈຸດສຸມປ່າລັນ ເມືອງໃຫມ່ ແຂວງຜົ້ງສາລີ ແລະ ຈຸດສຸມນາຫຼວງ ເມືອງໂພນທອງ ແຂວງຫຼວງພະບາງ ລະຫວ່າງ 2 ແຂວງ ດັ່ງກ່າວ ກັບບໍລິສັດ ຮ່ວມມືສາກົນ (ເຈັດສູນຫ້າ) 705 ທະຫານເຂດ 2 ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ຈັດຂຶ້ນ ຢູ່ທີ່ໂຮງແຮມມິດຕະພາບ ແຂວງອຸດົມໄຊ. ໃນພິທີດັ່ງກ່າວ ມີ ທ່ານ ທອງວັນ ວິໄລເຮືອງ ຄະນະນຳກະຊວງກະສິກຳ ແລະປ່າໄມ້, ທ່ານ ບຸ່ຍວັນດາຍ ອໍານວຍການບໍລິສັດຮ່ວມມືສາກົນ 705 ທະຫານເຂດ 2, ມີທ່ານຮອງເຈົ້າແຂວງ 2 (ແຂວງຜົ້ງສາລີ ແລະ ຫຼວງພະບາງ) ຕະຫຼອດຮອດຂະແໜງການກ່ຽວຂ້ອງທັງສອງຝ່າຍ ລາວ ແລະ ຫວຽດນາມເຂົ້າຮ່ວມ.
ໂຄງການຮ່ວມມືພັດທະນາຊາຍແດນລາວ - ຫວຽດນາມ ຢູ່ 2 ຈຸດສຸມປ່າລັນ ເມືອງໃຫມ່ ແຂວງຜົ້ງສາລີ ແລະ ຈຸດສຸມນາຫຼວງ ເມືອງໂພນທອງ ແຂວງຫຼວງພະບາງ ແມ່ນໂຄງການຮ່ວມມືຮອບດ້ານ ເຊັນ: ດ້ານການເມືອງ, ເສດຖະກິດ,ວັດທະນາທຳ ສັງຄົມ ແລະ ດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ເຊິ່ງໄດ້ຮັບທຶນພັດທະນາຈາກ ລັດຖະບານລາວ 60 ສ່ວນຮ້ອຍ ແລະ ທຶນຊ່ວຍເຫຼືອລ້າຈາກລັດຖະບານ ສສ ຫວຽດນາມ 40 ສ່ວນຮ້ອຍ ເປັນມູນຄາລວມທັງໝົດ 145 ຕື້ກີບ. ຕະຫຼອດໄລຍະ 5 ປີຜ່ານມາ 2012-2017 ໂຄງການດັ່ງກ່າວ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຕົນ ໃນການພັດທະນາ ເຮັດໃຫ້ປະຊາຊົນຢູ່ຈຸດດັ່ງກ່າວ ໄດ້ຮັບການສຶກສາອົບຮົມ, ເຂົ້າໃຈຕໍ່ແນວທາງຂອງພັກ, ລະບຽບກົດຫມາຍຂອງລັດ, ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ, ມີວຽກເຮັດງານທຳ ແລະ ມີອາຊີບທີີ່ຫມັ້ນຄົງ, ມີລາຍຮັບເຂົ້າສູ່ຄອບຄົວ ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ນອກນັ້ນ ທາງໂຄງການຍັງໄດ້ປັບປຸງຍົກລະດັບບັນດາພື້ນຖານໂຄງລ່າງ ຈຳນວນໜຶ່ງ ເປັນຕົ້ນແມ່ນ ເສັ້ນທາງ,ກໍ່ສ້າງ ແລະ ຊ້ອມແປງຊົນລະປະທານ,ກໍ່ສ້າງໂຮງຮຽນ,ສຸກສາລາ,ລະບົບນ້ຳລິ່ນສະອາດ, ສ້າງວິດຖ່າຍ, ສະໂມສອນບ້ານ ແລະ ອື່ນໆ. ຕໍ່ກັບການຈັດຕັ້ງປະຕິບັດໂຄງການຮ່ວມມືພັດທະນາຊາຍແດນລາວ - ຫວຽດນາມ ດັ່ງກ່າວ ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ 2 (ແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງ) ໄດ້ສະຫຼຸບລາຍງານຕໍ່ພິທີ ພ້ອມໄດ້ມີພິທີເຊັນສັນຍາໂຄງການ ແລະ ເປີດນຳໃຊ້ໂຄງການຢູ່ທັງ 2 ຈຸດສຸມ ຢ່າງເປັນທາງການ ໂດຍແມ່ນ ບໍລິສັດ ຮ່ວມມືສາກົນ 705 ຜູ້ຮັບເຫມົາໂຄງການ ກັບ ຮອງເຈົ້າແຂວງ 2 ແຂວງຜົ້ງສາລີ ແລະ ຫຼວງພະບາງ ໂດຍມີບັນດາທ່ານ ທີ່ເຂົ້າຮ່ວມພິທີ ເປັນສັກຂີພິຍານ.
ໂອກາດດັ່ງກ່າວ ໃນພິທີໄດ້ມອບຫຼຽນກາ ແລະ ຫຼຽນໄຊ ມິດຕະພາບ ໃຫ້ແກ່ຝ່າຍບໍລິສັດຜູ້ຮັບເຫມົາໂຄງການ ຕື່ມອີກ
ທີມຂ່າວແຂວງອຸດົມໄຊ
Editor: ກຳປານາດ ລັດຖະເຮົ້າ