ເພື່ອເປັນການຊຸກຍູ້ສົ່ງເສີມຕະຫຼາດ ຜະລິດຕະພັນສີນຄ້າ ໜຶ່ງເມືອງ-ໜຶ່ງຜະລິຕະພັນ ຂອງນະຄອນຫຼວງວຽງຈັນ ແລະ ປະກອບສ່ວນສົ່ງເສີມປີທ່ອງທ່ຽວລາວ 2018 ລວມທັງສ້າງຊະບວນການສະເຫລີມສະຫລອງວັນສໍາຄັນຕ່າງໆ ໃຫ້ມີຄວາມຟົກຟື້ນ. ສະນັ້ນ, ເມື່ອບໍ່ດົນມານີ້ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ຮ່ວມກັບ ພາກສ່ວນກ່ຽວຂ້ອງ ໄດ້ຈັດພິທີຖະແຫລງຂ່າວ ກຽມຈັດງານວາງສະແດງ ແລະ ຈໍາໜ່າຍສີນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສີນຄ້າຄອບຄົວຕົວແບບຂອງ ນະຄອນຫຼວງວຽງຈັນ, ຄັ້ງທີ 5 ຂື້ນ ພາຍໃຕ້ການເປັນປະທານ ໃນການຖະແຫລງຂ່າວຄັ້ງນີ້ໂດຍ ທ່ານ ເບີລີນ ເພັດຈັນທະລາດ ຫົວຫນ້າພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ, ພ້ອມດ້ວຍຫົວຫນ້າພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຫົວຫນ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ພ້ອມດ້ວຍບັນກດາຫົວໜ່ວຍທຸລະກິດ ແລະ ສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ເບີລີນ ເພັດຈັນທະລາດ ຫົວຫນ້າພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ກ່າວເຖິງຈຸດປະສົງຂອງການຈັດງານ ແມ່ນເພື່ອເປັນການ ສ້າງກິດຈະກໍາໃນປີທ່ອງທ່ຽວລາວໃຫ້ມີຄວາມຫຼາກຫຼາຍ ແລະ ເປັນການຈັດລະດັບຜະລິດຕະພັນ ນໍາໄປສູນການພັດທະນາແບບຍືນຍົງ ແລະ ມີປະສິດທິຜົນສູງສຸດ ໃຫ້ສາມາດເຂົ້າຫາຕະຫຼາດເປົ້າໝາຍໄດ້, ສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດ ທີ່ເຮັດການຜະລິດ, ຄອບຄົວຕົວແບບ ໃຫ້ມີຄວາມກະຕືລືລົ້ນ ໃນການເຂົ້າເປັນສີນຄ້າໂອດ໊ອບ, ເພື່ອເປັນການສ້າງມູນຄ່າເພີ່ມໃຫ້ແກ່ສີນຄ້າໂອດ໊ອບແຫ່ງຊາດ ໃຫ້ເປັນທີ່ຍອມຮັບໃນສັງຄົມ, ຜູ້ຊົມໃຊ້ມີຄວາມເຊື່ອມໝັ້ນຫຼາຍຂື້ນກວ່າເກົ່າ.
ສໍາລັບງານວາງສະແດງ ແລະ ຈໍາໜ່າຍສີນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສີນຄ້າຂອງຄອບຄົວຕົດແບບຂອງ ນະຄອນຫຼວງວຽງຈັນ ປີນີ້ ຈະໄດ້ຈັດຂື້ນ ໃນລະຫວ່າງວັນທີ 26 ພຶດສະພາ - 3 ມິຖຸນາ 2018 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ, ຈັດໂດຍ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ສົມທົບກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ພະແນກຖະແຫລງຂ່າວວັດ,ທະນະທໍທ ແລະ ທ່ອງທ່ຽວ ແລະ ໄດ້ຮັບການສະໜັບສະໜູນຈາກສູນການຄ້າລາວ-ໄອເຕັກ, ພາຍໃນງານແມ່ນຈະມີການວາງສະແດງ ແລະ ຈໍາໜ່າຍສີນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ, ສີນຄ້າຄອບຄົວຕົວແບບ, ສີຄ້າກະສິກໍາ, ສີນຄ້າອຸດສາຫະກໍາ ແລະ ສີນຄ້າຫັດຖະກໍາ, ສີນຄ້າປະເພດທ່ອງທ່ຽວ, ເບ້ຍໄມ້ ແລະ ສີນຄ້າຈາກຕ່າງແຂວງ ນອກນັ້ນ, ໃນງານຍັງຈະມີກິດຈະກໍາ ເຊັ່ນ: ການແຈກຂອງລາວັນໃຫ້ແກ່ຫລານນ້ອຍ ແລະ ການສໍາມະນາ ວຽກງານຕ່າງໆຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ