ງານມະຫາກໍາຊັບສິນທາງປັນ ຄັ້ງທີ 4 ຈະໄດ້ເປີດຂື້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 21 ເມສາ ເຖີງວັນທີ 1 ພຶດສະພາ 2018 ທີ່ຈະມາເຖິງນີ້. ພາຍໃຕ້ຄໍາຂວັນ ເສີມສ້າງຊັບສິນທາງປັນຍາ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາແບບຍືນຍົງ ເຊີ່ງງານດັ່ງກ່າວ ຈະໄດ້ຈັດຂື້ນທີ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫລວງວຽງຈັນ.
ໃນພິທີ ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກ່າວລາຍງານໃຫ້ຮູ້ວ່າ: ງານມະຫາກໍາຊັບສິນທາງປັນຍາ ຄັ້ງທີ 4 ໃນປີ 2018 ນີ້, ຈັດຂື້ນເພື່ອເປັນການເຜີຍແຜ່ຄວາມຮູ້, ການສ້າງຄວາມເຂົ້າໃຈ ແລະ ໃຫ້ຄວາມສໍາຄັນກ່ຽວກັບວຽກງານຊັບສິນທາງປັນຍາ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາແບບຍືນຍົງ ຂອງປະເທດເຮົາ. ພ້ອນກັນນັ້ນ ຍັງເປັນການເຮັດໃຫ້ ສາທາລະນະຊົນ ຮັບຮູ້ຂໍ້ມູນຂ່າວສານ ກ່ຽວກັບການສົ່ງເສີມຫົວຄິດປະດິດສ້າງ, ການປະດິດແຕ່ງ, ເສດຖະກິດພູມປັນຍາ. ການຄຸ້ມຄອງ, ການປົກປ້ອງສິດທາງດ້ານຊັບສິນທາງປັນຍາ ເພື່ອຮັບປະກັນຜົນປະໂຫຍດອັນຊອບທໍາ ຂອງເຈົ້າຂອງຊັບສິນທາງປັນຍາ ແລະ ຜົນປະໂຫຍດຂອງລັດ, ສັງຄົມຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ການຖ່າຍທອດເຕັກໂນໂລຊີ ຢູ່ພາຍໃນ ແລະ ຈາກຕ່າງປະເທດ ແນໃສ່ສົ່ງເສີມການຄ້າ, ການລົງທຶນ ແລະ ຄວາມອາດສາມາດແຂ່ງຂັນ ໃນຍຸກໂລກາພິວັດ ຢ່າງມີປະສິດທິພາບ.
ໃນໄລຍະການຈັດງານມະຫາກໍາຊັບສິນທາງປັນຍາ ຄັ້ງທີ 4 ໃນລະຫວ່າງ ວັນທີ 21 ເມສາ ເຖິງ 1 ພຶດສະພາ 2018 ທາງກະຊວງ ກໍ່ຍັງຈະໄດ້ມີພິທີສະເຫລີມສະຫລອງວັນຊັບສິນທາງປັນຍາໂລກ, ພ້ອມທັງຈັດໃຫ້ມີກິດຈະກໍາຍ່າງເພື່ອສຸຂະພາບ ເຊີ່ງຈະໄດ້ຈັດຂື້ນທີ່ປະຕູໄຊ ອີກດ້ວຍ
Editor: ກຳປານາດ ລັດຖະເຮົ້າ