ນ້ຳຕົກຕາດກວາງຊີ ອີກຫນຶ່ງສະຖານທີທ່ອງທ່ຽວທາງທຳມະຊາດ ທີ່ມີຊື່ສຽງອັນດັບຕົ້ນໆ ພາຍໃນແຂວງຫລວງພະບາງ, ມີຄວາມສວຍງາມ ເຫມາະສຳລັບການທ່ອງທ່ຽວ, ພັກຜ່ອນຍ່ອນອາລົມ ດ້ວຍການລົງຫລີ້ນນ້ຳ ທີ່ໃສ່ໄຫລເຢັນ ແລະ ມີຄວາມສະອາດງາມຕາ. ຢູ່ທາມກາງທິວທັດທຳມະຊາດທີ່ແສນສວຍສົດງົດງາມ, ນ້ຳຕົກຕາດກວາງຊີ ເປັນນ້ຳຕົກຕາດ 3 ຊັ້ນ, ຫ່າງຈາກເທດສະບານເມືອງຫລວງພະບາງ ປະມານ 30 ກວ່າກີໂລແມັດ, ເຊິ່ງຈະໃຊ້ເວລາໃນການເດີນທາງ ຈາກຕົວເມືອງຫລວງພະບາງ ໄປທາງໃຕ້ ໃຊ້ເວລາຢູ່ປະມານ 45 ນາທີ, ເມື່ອນັກທ່ອງທ່ຽວເດີນທາງເຂົ້າໄປ ກໍ່ຈະໄດ້ພົບກັບທຳມະຊາດອັນຂຽວສົດງົດງາມຈາກທຳມະຊາດ, ນັກທ່ອງທ່ຽວນິຍົມພາກັນເດີນທາງມາທ່ຽວເປັນຈຳນວນຫລວງຫລາຍ ເຊິ່ງໃນແຕ່ລະວັນ ແມ່ນບໍ່ໄດ້ຂາດ, ນ້ຳຕົກຕາດກວາງຊີ ເປັນນ້ຳຕົກຫີນປູນຂະຫນາດໃຫຍ່ ມີຄວາມສູງ ປະມານ 70 ແມັດ, ມີສາຍນ້ຳໄຫລລົງມາແຕ່ຝາຫີນ ຜ່ານໂຂດຫີນນ້ອຍໃຫຍ່, ຮູບຊົງທີ່ແປກຕາ ໄຫລລົງສູ່ແອ່ງນ້ຳເບື້ອງລຸ່ມ, ນ້ຳຕົກຕາດກວາງຊີ ມີນ້ຳໄຫລຕະຫລອດປີ, ແຕ່ໃນລະດູແລ້ງ ນ້ຳຈະມີປະລິມານນ້ອຍ, ແຕ່ກໍ່ຍັງມີໃຫ້ໄດ້ເຫັນ ແລະ ໄດ້ລົງຫລີ້ນ, ບໍລິເວນນ້ຳຕົກດ້ານລຸ່ມ, ນັກທ່ອງທ່ຽວ ຍັງສາມາດເລາະທ່ຽວຊົມຄວາມສວຍງາມຂອງນ້ໍາໄຫລ ໃນແຕ່ລະຈຸດ ແລະ ສາມາດລົງຫລີ້ນນ້ຳໄດ້ຕາມໃຈ, ພ້ອມກັນນັ້ນ ໃນແຕ່ລະຈຸດ ກໍ່ຍັງມີບ່ອນໃຫ້ນັກຫລີ້ນ ຫລື ພັກຜ່ອນໄດ້ ທ່າມກາງອາກາດທີ່ເຢັນສະບາຍ ຂອງທຳມະຊາດສີຂຽວ
Editor: ກຳປານາດ ລັດຖະເຮົ້າ