ໂດຍປະຕິບັດຕາມແຜນຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ ແຕ່ປີ 2010 – 2020 ເພື່ອຍົກລະດັບຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານສະຖິຕິ ຢູ່ຂັ້ນເມືອງ ແລະ ຂັ້ນບ້ານ, ສາມາດຕອບສະໜອງຂໍ້ມູນຂ່າວສານ ໃຫ້ແກ່ການວາງແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງທ່າແຕງ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.
ດັ່ງນັ້ນ ເມື່ອບໍ່ດົນຜ່ານມາ ເມືອງທ່າແຕງ, ແຂວງເຊກອງ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການເກັບກຳຂໍ້ມູນສະຖິຕິຂັ້ນເມືອງ, ຂັ້ນບ້ານ ຕິດພັນກັບຂະບວນການສາມສ້າງ ຂອງເມືອງຂຶ້ນ,ໂດຍເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ແສງສຸບັນ ໄຊສະຫວັນ ກໍາມະການພັກເມືອງ ຫົວໜ້າຫ້ອງການແຜນການແລະການລົງທືນ ເມືອງທ່າແຕງ, ມີ ທ່ານ ສະລັນຍູ ໄຊຍະສານ ວິຊາການສູນສະຖິຕິແຫ່ງຊາດ, ກົມສະຖິຕິສັງຄົມ ພະແນກຄົ້ນຄວ້າ ແລະ ວິໄຈ, ພະແນກກ່ຽວຂ້ອງ ພ້ອມບັນດາຄູຝຶກ, ນັກສໍາມະນາກອນຕ່າງໜ້າຂັ້ນເມືອງ ແລະ 47 ບ້ານທົ່ວເມືອງທ່າແຕງ ຈໍານວນ 39 ທ່ານ, ຍິງ 10 ທ່ານເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການໂອ້ລົມຊີ້ນໍາຂອງ ທ່ານ ແສງສຸບັນ ໄຊສະຫວັນ ກໍາມະການພັກເມືອງ ຫົວໜ້າຫ້ອງການແຜນການແລະການລົງທືນ ເມືອງທ່າແຕງ ກ່າວວ່າ: ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອຈັດຕັ້ງປະຕິບັດການເກັບກໍາ ແລະ ເຊື່ອມໂຍງຂໍ້ມູນສະຖິຕິຂັ້ນທ້ອງຖິ່ນ ຕິດພັນກັບຂະບວນການສາມສ້າງຂອງເມືອງໃນແຕ່ລະໄລຍະ, ແນໃສ່ໃຫ້ນັກສຶກສາຮຽນຮູ້ ແລະ ເຂົ້າໃຈຕໍ່ກັບເນື້ອໃນ,ນິຍາມ, ບັນດາຫຼັກການຕ່າງໆ, ການເຮັດວຽກຂອງສູນສະຖິຕິວ່າ ສູນສະຖິຕິ ເຮັດຫຍັງ ແລະ ໄດ້ຫຍັງ? ຖ້ານັກສຶກສາຢາກໄດ້ຂໍ້ມູນຕ້ອງໄປຫາໃຜ? ຢູ່ໃສ? ແລະ ອີກອັນຫນຶ່ງ ແມ່ນເພື່ອເປັນການປູທາງ ແລະ ໃຫ້ທາງເລືອກກັບນັກສຶກສາ ຜູ້ທີ່ຢາກມາເຮັດວຽກນຳສູນສະຖິຕິໃຫ້ສາມາດຕັດສິນໃຈໄດ້ ແລະ ເລືອກໄດ້ກົມທີ່ຕົນເອງສົນໃຈຢາກເຮັດວຽກນຳ ພ້ອມດຽວກັນນັ້ນ ສູນສະຖິຕິກໍ່ໄດ້ບຸກຄະລາກອນຜູ້ມີໃຈຮັກການເຮັດວຽກຕົວຈິງດ້ວຍ.
ຫຼັງຈາກນັ້ນ ທ່ານ ອູ້ມໄຊ ຈະເລີນສຸກ ວິຊາການສູນສະຖິຕິ ເມືອງທ່າແຕງ ກໍ່ໄດ້ຂຶ້ນສະເໜີຈຸດປະສົງ ແລະ ເປົ້າໝາຍການຝຶກອົບຮົມການເກັບກໍາຂໍ້ມູນສະຖິຕິຂັ້ນເມືອງ, ຂັ້ນບ້ານ ພ້ອມທັງເປັນຜູ້ຝຶກສອນຕາມເອກະສານປະກອບມີ: ເອກະສານປື້ມຄູ່ມີ ວິທີເກັບກໍາຂໍ້ມູນແບບຟອມຂັ້ນບ້ານເອກະສານວິທີເກັບກຳຂໍ້ມູນແບບຟອມຂຶ້ນບັນຊີຄົວເຮືອນ, ເອກະສານວິທີເກັບກໍາຂໍ້ມູນແບບຟອມ ວິສະຫະກິດ ແລະ ຫ້າງຮ້ານ, ແບບຟອມສັງລວມຂັ້ນບ້ານຂອງສະຖິຕິ, ແບບຟອມເກັບກໍາ ແລະສັງລວມສັງລວມຂອງເມືອງ, ທົດລອງປະຕິບັດແບບສອບຖາມຂັ້ນບ້ານຕົວຈິງ ພ້ອມທັງມີການແລກປ່ຽນບົດຮຽນ, ປະກອບຄໍາຄິດເຫັນກັບຄູຝຶກແຕ່ລະຂັ້ນ ເພື່ອເຮັດໃຫ້ວຽກງານສູນສະຖິຕິໃນຕໍ່ໜ້າໃຫ້ຖືກຕ້ອງສອດຄ່ອງຕາມມາດຖານ ແລະ ເງື່ອນໄຂສະພາບຄວາມເປັນຈິງ.
Editor: ກຳປານາດ ລັດຖະເຮົ້າ