ຕອນເຊົ້າວັນທີ 14 ເມສາ ເປັນມື້ທໍາອິດຂອງການສະເຫລີມສະຫລອງບຸນປີໃຫມ່ລາວ 2561 ຢູ່ທີ່ຫມູ່ບ້ານເຮືອນລາວ, ເດີນທາດຫລວງວຽງຈັນ ໄດ້ຈັດງານບາສີສູ່ຂວັນ ແລະ ຫົດສົງນໍ້າແກ່ຄະນະນໍານະຄອນຫລວງວຽງຈັນ, ຄະນະນໍາເມືອງ ແລະ ອໍານາດການປົກຄອງບ້ານຕ່າງໆ ຈໍານວນ 17 ບ້ານ ພາຍໃນເມືອງໄຊເສດຖາ, ນະຄອນຫລວງວຽງຈັນ. ຈຸດປະສົງ ເພື່ອສຶບສານຮິດຄອງປະເພນີວັດທະນະທໍາອັນດີງາມຂອງລາວເຮົາ, ໂດຍສເພາະ ປະເພນີວັດທະນະທໍາ ອັນດີງາມ ໃນບຸນປີໃຫມ່ລາວ ເຊັ່ນ ການບາສີສູ່ຂວັນ, ຜູກຂໍ່ຕໍ່ແຂນ ອ່ວຍພອນ ແລະ ສົມມາ ເຊີ່ງກັນ ແລະ ກັນ.
ໂອກາດນີ້ ທ່ານ ຖະຫນອມ ທໍາທອງ ເຈົ້າເມືອງໄຊເສດຖາ ໄດ້ກ່າວວ່າ: ຫມູ່ບ້ານເຮືອນລາວ ເປັນອີກສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ ເປັນເຮືອນຊົງເຜົາ ທີ່ສະແດງໃຫ້ເຫັນເຖິງວິຖີຊີວິດ ການດໍາລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າ. ເປັນສະຖານທີ່ຄວນໄດ້ມາເລາະທ່ຽວຊົມ ເພື່ອຮຽນຮູ້ ເຖິງວັດທະນະທໍາອັນດີງາມ ໂດຍສະເພາະລູກຫລານ, ຊາວຫນຸ່ມເຍົາວະຊົນ ລຸ້ນຫລັງ. ສໍາລັບການຈັດງານ ບາສີສູ່ຂວັນໃຫຍ່ ຄັ້ງນີ້, ເຂົ້າຮ່ວມມີຄະນະນໍາຈາກນະຄອນຫລວງວຽງຈັນ, ຄະນະນໍາເມືອງໄຊເສດຖາ ແລະ ພິເສດ ຍັງມີອໍານາດການປົກຄອງບ້ານ ໃນ 17 ບ້ານ ພາຍໃນເມືອງໄຊເສດຖາ, ເຂົ້າຮ່ວມໃນພິທີດັ່ງກ່າວ. ເປັນການສຶບສານວັດທະນະທໍາ-ຮິດຄອງປະເພນີອັນດີງາມຊອງລາວເຮົາ, ພ້ອມກັນນັນ ຍັງເປັນຜູກຮັກຄວາມຮັກແພງ-ສາມັກຄີ ເຊີ່ງກັນ ແລະ ກັນ, ບ້ານຕໍ່ບ້ານ ໃຫ້ຫລາຍຂື້ນ. ຫມູ່ບ້ານເຮືອນລາວ ສ້າງຂື້ນໂດຍ ບໍລິສັດ ຊີເອັນພີ ເພື່ອສົ່ງເສີມ ແລະ ອະນຸລັກວັດທະນະທໍາລາວ, ຮູບແບບເຮືອນຂອງປະຊາຊົນລາວເຮົາ ໃນສະໄຫມກ່ອນ ເຊີ່ງສະຖານທີ່ດັ່ງກ່າວ ໄດ້ກາຍເປັນບ່ອນທ່ອງທ່ຽວໃຫມ່ ໃນນະຄອນຫລວງວຽງຈັນ ທີ່ນັກທ່ອງທ່ຽວຄວນຫາໂອກາດມາຢ້ຽມຢາມ ແລະ ທ່ຽວຊົມໃຫ້ໄດ້. ໃນໄລຍະບຸນປີໃຫມ່ລາວ ນັບແຕ່ 14-15-16 ເມສາ 2018 ຫມູ່ບ້ານເຮືອນລາວ ຈັດໃຫ້ມີຫລາຍກິດຈະກໍາ ທີ່ຫນ້າສົນໃຈ ແລະ ມີຄວາມຫລາກຫລາຍ, ການສະແດງສີລະປະ, ການແຕ່ງກາຍແບບລາວບູຮານ ພ້ອມກັນນັ້ນ ຍັງມີການໃຫ້ລາງວັນ ໃນທຸກໆມື້. ເປີດໃຫ້ບໍລິການ ນັບແຕ່ເວລາ 9 ໂມງເຊົ້າ ຈົນເຖິງ 20 ໂມງແລງ.
Editor: ກຳປານາດ ລັດຖະເຮົ້າ