ຄະນະຫ້ອງການສຶກສາ ແລະ ກິລາ ເມືອງຄໍາ ໄດ້ຈັດພິທີ ປິດບັ້ນຝຶກອົບຮົມວິຊາການທະຫານໃຫ້ແກ່ 3 ໂຮງຮຽນ ຊັ້ນ ມໍ7 ເຊັ່ນ: ໂຮງຮຽນ ມໍປາຍ ຈອມທອງ, ໂຮງຮຽນ ມໍສໍ ລ້ອງປີວ ແລະ ມໍສໍ ຄັງວຽງ ຂຶ້ນທີ່ສະໜາມ ຍິງປືນກອງບັນຊາການທະຫານ ເມືອງຄໍາ, ແຂວງຊຽງຂວາງ
ໃນພິທີໂດຍພາຍໃຕ້ການນໍາພາຂອງ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ, ຮອງເຈົ້າເມືອງເມືອງຄໍາ, ມີ ທ່ານ ສົມສັກ ໄຊສົມເພັດ ຫົວໜ້າພະແນກ ເລຂາກອງບັນຊາການທະຫານເມືອງຄໍາ, ມີອໍານວຍການໂຮງຮຽນ, ຄູອາຈານທັງ 3 ແຫ່ງ ພ້ອມດ້ວຍນັກວິທະຍາກອນ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ຈາກນັ້ນ ທ່ານ ສີພອນ ເພັດກົມຄໍາ ຫົວໜ້າໜ່ວຍງານພາລະ - ສິລະປະສຶກສາ ກໍ່ໄດ້ ຂຶ້ນຜ່ານບົດສະຫຼຸບໄດ້ກ່າວ ວ່າ: ຜ່ານການຈັດຕັ້ງປະຕິບັດແຜນເພື່ອອົບຮົມວິຊາ ການທະຫານໄລຍະສັ້ນໃຫ້ແກ່ນັກຮຽນຊັ້ນ ມໍ7 ເຫັນວ່າບັນດານັກສໍາມະນາກອນໄດ້ປະຕິບັດໂມງເວລາ, ການນຸ່ງຖືເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ປະຕິບັດ ຊອກຮູ້ຮໍ່າຮຽນ ຢ່າງຕັ້ງໜ້າສູ້ຊົນຝຶກແອບນໍາຄູເຝິກບໍ່ທໍ້ຖອຍ, ບໍ່ຫວັ່ນໄຫວຕໍ່ອຸປະສັກເຖິງ ວ່າອາກາດຈະຮ້ອນອົບເອົ້າ, ບົດຮຽນຈະຍາກປານໃດກໍ່ຕາມ ແຕ່ນັກສໍາມະນາກອນ ກໍ່ໄດ້ສະແຫວງຫາຄວາມຮູ້ ໃນການຈັດຕັ້ງປະຕິບັດຕາມການສິດສອນຂອງຄູເຝິກເຊິ່ງມັນສະແດງອອກໃນການຈັດຕັ້ງປະຕິບັດຕົວຈິງ ເຫັນວ່ານັກສໍາມະນາກອນສາມາດເຮັດໄດ້ຢ່າງຄ່ອງແຄ້ວວ່ອງໄວ, ຖືກຕ້ອງຕາມຫຼັກສູດ ແລະ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາພ້ອມພຽງກັນ ເຝິກແອບເປັນໝູ່ຄະນະ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີສະຕິຕື່ນຕົວ ແລະ ກ້າຕັດສິນໃຈສູງ ໃນການປະຕິບັດໜ້າທີ່ມອບໝາຍໃຫ້ໄດ້ສໍາເລັດ, ສາມາດສະຫຼຸບປະເມີນຜົນໄດ້ ເຊັ່ນ: ຄວາມຮູ້ພື້ນຖານກ່ຽວກັບປືນ ອາກາ AK ແລະ ເຊກາເຊ CKC ສະເລ່ຍໄດ້ 80 ສ່ວນຮ້ອຍ, ເລັງຖືກ ປະສານຈັງຫວະ ສະເລ່ຍໄດ້ 75 ສ່ວນຮ້ອຍ, ຍິງເບຍເລກ 4 ບົດ ເປີດສາກສາມາດເມີນໄດ້ ຄື: ເກັ່ງ ຈໍານວນ 17 ຄົນ, ປານກາງ ມີ 63 ຄົນ, ຄາດໝາຍ 63 ຄົນ ແລະ ຫຼຸດຄາດ ໝາຍ 114 ຄົນ, ນອກຈາກນີ້ ກໍ່ຍັງຈະໄດ້ແກ້ໄຂຈຸດອ່ອນ ແລະ ຄົງຄ້າງ ເຊັ່ນ: ນັກວິທະຍາກອນຈໍານວນໜຶ່ງ ຍັງຂາດຄວາມກ້າຫານ ບໍ່ເອົາໃຈໃສ່ຊອກຮູ້ຮໍ່າຮຽນ, ມາບໍ່ທັນໂມງເວລາ, ບໍ່ຕັ້ງໃຈຟັງການສາທິດ ຂອງຄູເຝິກເຮັດໃຫ້ການປະຕິບັດຕົວຈິງ ຍັງບໍ່ຖືກຕ້ອງຕາມຫຼັກການເທົ່າທີ່ຄວນ
ເນື່ອງໃນໂອກາດດັ່ງກ່າວ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ເມືອງຄໍາ ຍັງໄດ້ຂຶ້ນໂອ້ລົມ ພ້ອມທັງໃຫ້ຄໍາຄິດ-ຄໍາເຫັນ ເຊີ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ໄດ້ເຄື່ອນໄຫວ ຕະຫລອດການຈັດຕັ້ງປະຕິບັດ ເວລາ 8 ວັນຜ່ານມາ, ພ້ອມທັງໃຫ້ທິດຊີ້ນໍາແກ່ຄະນະຮັບຜິດຊອບການຮຽນ - ການສອນ ໃນຄັ້ງນີ້ຈົ່ງພ້ອມກັນເອົາໃຈໃສ່ແກ້ໄຂຈຸດອ່ອນ ແລະ ຂໍ້ ຄົງຄ້າງ ໃຫ້ໄດ້ສໍາເລັດເພື່ອນໍາໄປຈັດຕັ້ງປະຕິບັດ ໃນຕໍ່ໜ້າໃຫ້ໄດ້ຮັບຄຸນນະພາບ ແລະ ຜົນສໍາເລັດຂຶ້ນເປັນກ້າວໆ ຫຼັງຈາກນັ້ນ, ທ່ານກໍ່ໄດ້ປິດພິທີການຮຽນ - ການສອນ ຢ່າງເປັນທາງການ
ຂອບໃຈ ທີມຂ່າວ ເມືອງຄໍ, ແຂວງຊຽງຂວາງ ທີ່ສົ່ງພາບ ແລະ ບົດ ມາໃຫ້ລາຍການສະບາຍດີເມືອງລາວ, ໂທລະພາບລາວສະຕາຣ ຢ່າງເປັນປະຈໍາ
Editor: ກຳປານາດ ລັດຖະເຮົ້າ