ການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 3, ຊຶ່ງໄດ້ຈັດຂຶ້ນ ເພື່ອຄັດເລືອກເອົານັກແຂ່ງຂັນຜູ້ໜຸ່ມນ້ອຍທີ່ມີສີມືດີເລີດ ໃນ 7 ສາຂາວິຊາຊີບ ເພື່ອໄປຝຶກຊ້ອມ ແລະ ເປັນຕົວແທນທີມຊາດລາວເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12, ທີ່ຈະຈັດຂຶ້ນໃນທ້າຍເດືອນສິງຫາ ຫາ ຕົ້ນເດືອນ ກັນຍາ ປີ 2018 ນີ້ ທີ່ປະເທດໄທ ແລະ ສຳລັບ 7 ສາຂາວິຊາຊີບນັ້ນແມ່ນໄດ້ແລ້ວຜູ້ຊະນະເລີດ, ຊຶ່ງໃຫ້ຮູ້ໃນພິທີປິດການແຂ່ງຂັນໃນເມືອ່ບໍ່ດົນມານີ້, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ທ່ານນາງ ອາລີ ໜໍ່ບຸນທຳ ຮອງປະທານສູນກາງສະຫະພັນກຳມະບານລາວ, ທັງເປັນ ຄະນະກຳມະການຈັດການແຂ່ງຂັນສີມືແຮງງານແຫ່ງຊາດ ແລະ ມີ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ-ສັງຄົມ, ກໍາມະການຈັດການແຂ່ງຂັນສີມືແຮງງານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນຄົງ ຫຼ້າສຸກັນ ກ່າວວ່າ: ການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 3 ມີນັກແຂ່ງຂັນຕົວຈິງທັງໝົດ 66 ຄົນ, ເປັນຍິງ 14 ຄົນ, ຊຶ່ງປະກອບມີ 17 ພາກສ່ວນ ເຂົ້າຮ່ວມແຂ່ງຂັນແລະ ຜົນອອກມາແມ່ນ
- ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ໄດ້ 1 ຫຼຽນຄຳ ແລະ 1 ຫຼຽນເງິນ,
- ສະຖາບັນການທ່ອງທ່ຽວ ແລະ ໂຮງແຮມແຫ່ງຊາດ ໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ,
- ຄະນະວິສາວະກຳສາດ ແລະ ສະຖາປັດ (ມະຫາວິທະຍາໄລແຫ່ງຊາດ) ໄດ້ 1 ຫຼຽນຄຳແລະ 1 ຫຼຽນເງິນ,
- ວິທະຍາໄລເຕັກນິກປາກປ່າສັກ ໄດ້ 1 ຫຼຽນຄຳ ແລະ 2 ຫຼຽນທອງ,
- ວິທະຍາໄລເຕັກນິກລາວ-ເຢຍລະມັນໄດ້ 1 ຫຼຽນຄຳ ແລະ1 ຫຼຽນທອງ,
- ວິທະຍາໄລເຕັກນິກສັບພະວິຊາ, ວິທະຍາໄລວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ, ວິທະຍາໄລເຕັກນິກແຂວງວຽງຈັນ, ວິທະຍາໄລເຕັກນິກ-ວິຊາຊີບແຂວງຫຼວງພະບາງ ໄດ້ 1 ຫຼຽນເງິນ ແລະ 3 ຫຼຽນທອງ,
- ສູນພັດທະນາສີມືແຮງງານນະຄອນຫຼວງວຽງຈັນ ໄດ້ 1 ຫຼຽນທອງ,
- ສູນພັດທະນາສີມືແຮງງານຕັດຫຍິບ ໄດ້ 1 ຫຼຽນຄຳ ແລະ 1 ຫຼຽນເງິນ,
- ສູນພັດທະນາແລະທົດສອບສີມືແຮງງານເວດສະພົງ ໄດ້ 1 ຫຼຽນຄຳ,
- ບໍລິສັດ ພລາເນັດຄອມພິວເຕີ, ໂຮງງານປຸງແຕ່ງໄມ້ສຳເລັດຮູບຄົບວົງຈອນ ທີເອັນເຄແຂວງຫຼວງພະບາງ ໄດ້ 1 ຫຼຽນທອງ,
- ໂຮງງານປຸງແຕ່ງໄມ້ສຳເລັດຮູບ ມູນເທວາ (ສະມາຄົມເຄືອຂາຍໄມ້) ໄດ້ 1 ຫຼຽນເງິນ ແລະ ກຸ່ມບໍລິສັດ ດວງຈຳປາ ການກໍ່ ໄດ້ 1 ຫຼຽນເງິນ, ທີ່ໄດ້ເຂົ້າແຂ່ງຂັນໃນ 7 ສາຂາຊ່າງ ແລະ ມີ 7 ສະຖານທີ່ແຂ່ງຂັນ, ໂດຍຜູ້ຊະນະເລີດອັນດັບ 1 ໃນແຕ່ລະສາຂາ ຈະໄດ້ຮັບຫຼຽນຄຳ ພ້ອມກັບເງິນສົດ 3 ລ້ານກີບ, ສ່ວນອັນດັບ 2 ຈະໄດ້ຮັບຫຼຽນເງິນ ພ້ອມກັບເງິນສົດ 2 ລ້ານກີບ ແລະ ອັນດັບ 3 ໄດ້ຫຼຽນທອງ ພ້ອມກັບເງິນສົດ 1 ລ້ານກີບ ແລະ ທຸກລາງວັນຈະໄດ້ຮັບໃບຍ້ອງຍໍ,
- ສ່ວນຄູຝຶກຂອງນັກແຂ່ງຂັນ ກໍໄດ້ຮັບເງິນຈໍານວນຫນຶ່ງ ຕາມລໍາດັບ.
Editor: ກຳປານາດ ລັດຖະເຮົ້າ