ໃນວັນທີ 11 ເມສາ 2018 ທີ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ສາດສະດາຈານ ດຣ, ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມຄະນະ ຮອງລັດຖະມົນຕີ ໄດ້ໃຫ້ກຽດ ຕ້ອນຮັບ ບັນດາ ຄະນະນໍາ ແຂວງ, ຄະນະ ພະແນກ ຖວທ ໃນແຕ່ລະແຂວງ ທີ່ເດີນທາງ ມາຮ່ວມ ງານສະເຫລີມສະຫລອງ ສຽງແຄນລາວ ເປັນມໍລະດົກໂລກ ເຊີ່ງຈັດຂື້ນ ທີ່ນະຄອນຫລວງວຽງຈັນ.
ໃນການພົບປະ ຄັ້ງນີ້ ທ່ານ ລັດຖະມົນຕີ ກະຊວງ ຖວທ ໄດ້ກ່າວສະແດງຄວາມຕ້ອນຮັບ ອັນອົບອຸ່ນ ຕໍ່ຄະນະນໍາບັນດາແຂວງ. ບັນດາຫົວຫນ້າພະແນກ-ຮອງພະແນກ ຖວທ ໃນແຕ່ລະແຂວງ ທີ່ໄດ້ເຮັດຫນ້າທີ່ອັນສໍາຄັນ ໃນຂົງເຂດວຽກງານຂອງຕົນ ຈົນໄດ້ຮັບຜົນສໍາເລັດ ພ້ອມກັນນີ້ ທ່ານ ລັດຖະມົນຕີ ກະຊວງ ຖວທ ຍັງຍົກໃຫ້ເຫັນ ເຖິງຄວາມສໍາຄັນ ຂອງສຽງແຄນ
ສຽງແຄນລາວ ເປັນມໍລະດົກອັນລໍ້າຄ່າ ຂອງປວງຊົນລາວ ເຮົາມາແຕ່ບູຮານນາການ, ສຽງແຄນໄດ້ຕິດພັນຢ່າງສະຫນິດແຫນ້ນ ກັບການດໍາລົງຊີວິດຂອງຄົນລາວ ໃນທຸກພາກ ທຸກເຂດແຂວງ ໃນທົ່ວປະເທດ, ສຽງແຄນໄດ້ຮ່ວມໃຈ-ຮ່ວມທາງ ແລະ ຮ່ວມຄຽງຂ້າງກັບຄົນລາວ ໄປທົ່ວທຸກຫົນແຫ່ງ ໃນທົ່ວທຸກມຸມໂລກ, ສຽງແຄນໄດ້ຝັງເລີກຢູ່ດວງໃຈຂອງຄົນລາວເຮົາ ໃນທຸກສະຖານະພາບ ແລະ ສຽງແຄນກໍ່ຮ່ວມກັບເຊື້ອຊາດລາວ, ພັກ-ລັດຖະບານ ໄດ້ມີນະໂຍບາຍມາແຕ່ເບື້ອງຕົ້ນວ່າ ໃຫ້ຖະນຸຖະຫນອມ ປົກປັກຮັກສາ ພື້ນຟູເສີມຂະຫຍາຍ ມູນເຊື້ອວັດທະນະທໍາອັນດີງາມຂອງຊາດ ໃຫ້ຍືນຍົງຄຽງຄູ່ກັບຄົນລາວເຮົາ ຕະຫລອດກາລະນານ.
ພ້ອມດຽວກັນ ທ່ານ ລັດຖະມົນຕີ ກະຊວງ ຖວທ ຍັງໄດ້ມອບແຄນ ແລະ ໃບຍ້ອງຍໍ ໃຫ້ກັບ ຄະນະນໍາ ພະແນກ ຖວທ ໃນແຕ່ລະແຂວງ ຕື່ມອີກ. ແລະ ໃນຄໍ່າຂອງມື້ດຽວກັນ ຄະນະນໍາ ແຕ່ລະແຂວງ ຍັງໄດ້ເຂົ້າຮ່ວມ ພິທີສະເຫລີມສະຫລອງ ສຽງແຄນລາວ ເປັນມໍລະດົກໂລກ ເຊີ່ງຈັດຂື້ນ ທີ່ຫໍວັດທະນະທໍາແຫ່ງຊາດ.
Editor: ກຳປານາດ ລັດຖະເຮົ້າ