ພິທີສະເຫລີມສະຫລອງສຽງແຄນລາວ ໄດ້ເຂົ້າເປັນມໍລະດົກວັດທະນະທໍາ ນາມມະທໍາ ຂອງມວນມະນຸດຊາດ ໄດ້ຈັດຂື້ນໃນຄໍ່າຄຶນວັນທີ 11 ເມສາ 2018 ທີ່ຜ່ານມາ ທີ່ຫໍວັດທະນະທໍາ ແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍໄດ້ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍພັນລະຍາ, ມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີ ທ່ານ ຮອງສະພາແຫ່ງຊາດ, ບັນດາລັດຖະມົນຕີ- ຮອງລັດຖະມົນຕີ ກະຊວງ ບັນດາການນໍາ ພັກ-ລັດ, ທູຕານຸທູດ ບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ມວນຊົນຊາວນພຄອນຫລວງເຂົ້າຮ່ວມ..
ໃນພິທີ ທ່ານ ສາດສະດາຈານ ດຣ. ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ລາຍງານສະພາບຄວາມເປັນມາຂອງສຽງແຄນລາວ ໄດ້ຮັບຮອງເປັນມໍລະດົກໂລກ ວ່າ: ສຽງແຄນລາວ ເປັນມໍລະດົກອັນລໍ້າຄ່າ ຂອງປວງຊົນລາວ ເຮົາມາແຕ່ບູຮານນາການ, ສຽງແຄນໄດ້ຕິດພັນຢ່າງສະຫນິດແຫນ້ນ ກັບການດໍາລົງຊີວິດຂອງຄົນລາວ ໃນທຸກພາກ ທຸກເຂດແຂວງ ໃນທົ່ວປະເທດ, ສຽງແຄນໄດ້ຮ່ວມໃຈ-ຮ່ວມທາງ ແລະ ຮ່ວມຄຽງຂ້າງກັບຄົນລາວ ໄປທົ່ວທຸກຫົນແຫ່ງ ໃນທົ່ວທຸກມຸມໂລກ, ສຽງແຄນໄດ້ຝັງເລີກຢູ່ດວງໃຈຂອງຄົນລາວເຮົາ ໃນທຸກສະຖານະພາບ ແລະ ສຽງແຄນກໍ່ຮ່ວມກັບເຊື້ອຊາດລາວ ເຮົາ ເດີນຜ່ານເສັ້ນທາງອັນຍາວໄກ ລະອິດລະອ້ຽວ ແລະ ສະຫງ່າລາສີ ແຫ່ງປະຫວັດສາດ ຫລາຍພັນປີຂອງຂາດລາວເຮົາ. ຈົນມີຄໍາເວົ້າສຶບຕໍ່ກັນມາວ່າ: ຢູ່ບ່ອນໃດມີສຽງແຄນແລ້ວ ບ່ອນນັ້ນມີຄົນລາວ ຫລື ຍັງເວົ້າອີກວ່າ: ຜູ້ໃດຢູ່ເຮືອນຮ້ານ ກິນເຂົ້າຫນຽວ ເປົ່າແຄນ ຜູ້ນັ້ນແມ່ນຄົນລາວ.
ນອກນັ້ນ ໃນສະພາບການເຊື່ອມໂຍງ ໂລກກາພິວັດ ສຽງແຄນລາວຍັງໄດ້ຮັບຄວາມສົນໃຈ ແລະ ນິຍົມຊົມຊອບ ຈາກເພື່ອນມິດຕ່າງປະເທດອີກດ້ວຍ. ຈົນບາງທ່ານ ຮຽນເປົ່າແຄນ ແລະ ກາຍເປັນຫມໍແຄນສະຫມັກຫລີ້ນ, ຍ້ອນແນວນັ້ນສຽງແຄນ ຈິ່ງກາຍເປັນມູນມັງມໍລະດົກອັນລໍ້າຄ່າຢ່າງແທ້ຈິງຂອງປວງຊົນລາວເຮົາ, ພັກ-ລັດຖະບານ ໄດ້ມີນະໂຍບາຍມາແຕ່ເບື້ອງຕົ້ນວ່າ ໃຫ້ຖະນຸຖະຫນອມ ປົກປັກຮັກສາ ພື້ນຟູເສີມຂະຫຍາຍ ມູນເຊື້ອວັດທະນະທໍາອັນດີງາມຂອງຊາດ ໃຫ້ຍືນຍົງຄຽງຄູ່ກັບຄົນລາວເຮົາ ຕະຫລອດກາລະນານ.
ໂດຍປະຕິບັດຕາມແນວທາງນະໂຍບາຍພັກ ແລະ ການຊີ້ນໍາ ຢ່າງໃກ້ຊີດຂອງລັດຖະບານ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສະເຫນີໃຫ້ອົງການອຸຍເນັສໂກ ພິຈາລະນາຮັບຮອງເອົາ ມໍລະດົກວັດທະນະທໍາຂອງຊາດລາວເຮົາ ເປັນມໍລະດົກໂລກ, ສະນັ້ນ ສຽງແຄນເຊື້ອຊາດລາວເຮົາ ໄດ້ຖືກຮັບຮອງເປັນມໍລະດົກວັດທະນະທໍາ ນາມມະທໍາ ຂອງມວນມະນຸດ ໃນກອງປະຊຸມ ຄັ້ງທີ 12 ຂອງຄະນະກໍາມະການລະຫວ່າງຊາດ ວ່າດ້ວຍການອະນຸລັກວັດທະນະທໍາ ທີ່ບໍ່ເປັນວັດຖຸ ເຊີ່ງໄດ້ຈັດຂື້ນ ໃນວັນທີ 7 ທັນວາ 2017 ທີ່ແຂວງເຈຈູ ສາທາລະນະລັດ ເກົາຫລີ.
ບົດສະເຫນີ ສຽງແຄນເຊື້ອຊາດລາວ ເປັນຫົວຂໍ້ທໍາອິດທີ່ ສປປ ລາວ ສະແດງໃຫ້ເຫັນເຖິງໄຊຊະນະ ມີຄວາມສໍາຄັນ ໃນການປູກຈິດສໍານຶກ ເຖິງຄວາມເປັນເອກະລັກ ແລະ ຄວາມເປັນຊາດລາວ ລວມທັງເປັນເຈົ້າຂອງວັດທະນະທໍາ ກໍ່ຄື ສຽງແຄນເຊື້ອຊາດລາວ.
Editor: ກຳປານາດ ລັດຖະເຮົ້າ