ຄວ້ານໝໍ້ ເປັນຊື່ທາງການ ສ່ວນຊາວບ້ານທົ່ວໄປ ເອິ້ນວ່າ: ເລິ່ງເຄິ່ງ ເຊິ່ງເປັນມຸງກຸດຜ້າ ເພື່ອໄປປະດັບໃສ່ຫົວຂອງສະຕຼີລາວລ້ານຊ້າງ, ເລິ່ງເຄິ່ງເຮັດດ້ວຍຜ້າໄຫມທີ່ດີທີ່ສຸດ ສີແດງ ຫຍິບເປັນວົງມົນ ສ່ວນກາງນັ້ນຈະປະດັບດ້ວຍແຜ່ນຄຳ ທີ່ຕີເປັນດອກໄມ້ ຫລື ສັດໃນວັນນະຄະດິ ແລະ ຫຍິບແຊ່ວດອກດວງຕ່າງໆ ສ່ວນຂອບທາງລຸ່ມ ແລະ ເທິງ ແມ່ນເພິ່ນຈະຫັກກີບດອກເກສອນ ຂອງດອກຮັກສົດ ສີຂາວມາປະດັບ ແລະ ຫຍິບເປັນວົງຮອບຂອງເລິ່ງເຄິ່ງ
ໃນສະໄຫມກ່ອນ ເລິ່ງເຄິ່ງເປັນເຄື່ອງປະດັບຊັ້ນສູງ ບັນດາສະຕຼີທີ່ສູງສັກ ໂດຍມັກຈະເຫັນບັນດາເຈົ້າຍິງ ແລະ ບັນດາເຈົ້ານາຍທີ່ສູງສັກ ທັງຫລາຍ ສວມໃສ່ໃນຕອນທີ່ມີພຣະຣາຊພິທີ ອະພິ ເສກ ຫລື (ແຕ່ງດອງ) ແຕ່ປະຈຸບັນນີ້ຄົນທົ່ວໄປໃນເວລາມີພິທີກິນດອງ ທຸກຄົນກໍ່ສາມາດສວມໃສ່ກັນໄດ້ ແລະ ທີສຳຄັນໃນບຸນປີໃຫມ່ລາວ ທຸກໆປີ ຢູ່ທີ່ຫລວງພຣະບາງ ຜູ້ທີ່ຈະຖືກຄັດເລືອກໃຫ້ເປັນນາງສັງຂານທີ່ຈະເປັນຕົວແທນຂອງລູກສາວກະບິນລະພົມ ເພື່ອແຫ່ຫົວຂອງພໍ່ ໄປຫົດສົງນັ້ນ ຈະຕ້ອງສວມໃສ່ຄວ້ານຫມໍ້ ຫລື ເລິ່ງເຄິ່ງ, ເຊິ່ງເປັນເອກະລາດ ແລະ ເປັນຜູ້ທີ່ງົດງາມທີ່ສຸດໃນການໄດ້ຮັບຕຳແຫນ່ງນາງສັງຂານ ໃນປີນັ້ນໆ.
ການນຳໃຊ້ ຄວ້ານຫມໍ້ ຫລື ເລິ່ງເຄິ່ງ ໃນຍຸກຕົ້ນຂອງການແຫ່ນາງສັງຂານ ປະມານ ຄສ 1970-1974 ແມ່ນຍັງບໍ່ທັນມີການໃສ່ ເລິ່ງເຄິ່ງເທື່ອ ແມ່ນມີແຕ່ໃສ່ມົງກຸດ ແລະ ພໍມາເຖິງ ປີ ຄສ 1975 ນາງສາວປາຖະໜາ ບຸບຜາ ເປັນນາງສັງຂານ ເຊິ່ງອາດຖືວ່າເປັນຜູ້ທຳອິດທີ່ສວມໃສ່ ເລິ່ງເຄິ່ງ, ນັບແຕ່ນັ້ນມາການນໍາໃຊ້ເຄິ່ງເລິ່ງເປັນມຸງກຸດ ແຫ່ງນາງສັງຂານຫລວງພຣະບາງ ເປັນຕົ້ນມາຈົນເຖິງປະຈຸບັນນີ້.
Editor: ກຳປານາດ ລັດຖະເຮົ້າ