ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະໄດ້ຈັດງານມະຫາກໍາຊັບສິນທາງປັນ ຄັ້ງທີ 4 ຂື້ນ ໃນລະຫວ່າງວັນທີ 21 ເມສາ ເຖີງວັນທີ 1 ພຶດສະພາ 2018 ທີ່ຈະມາເຖິງນີ້. ພາຍໃຕ້ຄໍາຂວັນ ເສີມສ້າງຊັບສິນທາງປັນຍາ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາແບບຍືນຍົງ ເຊີ່ງງານດັ່ງກ່າວ ຈະໄດ້ຈັດຂື້ນທີ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫລວງວຽງຈັນ.
ເມື່ອບໍ່ດົນມານີ້ ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີພິທີຖະແຫລງຂ່າວ ກ່ຽວກັບການຈັດງານ ຄັງນີ້ ໂດຍການເປັນປະທານ ຂອງ ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ , ທ່ານນາງ ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານ ສູນກາງສະຫາພັນແມ່ຍີງລາວ. ເຂົ້າຮ່ວມມີບັນດາຫົວຫນ້າກົມ-ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກ່າວວ່າ: ງານມະຫາກໍາຊັບສິນທາງປັນຍາ ຄັ້ງທີ 4 ໃນປີ 2018 ນີ້, ຈັດຂື້ນເພື່ອເປັນການເຜີຍແຜ່ຄວາມຮູ້, ການສ້າງຄວາມເຂົ້າໃຈ ແລະ ໃຫ້ຄວາມສໍາຄັນກ່ຽວກັບວຽກງານຊັບສິນທາງປັນຍາ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາແບບຍືນຍົງ ຂອງປະເທດເຮົາ. ພ້ອນກັນນັ້ນ ຍັງເປັນການເຮັດໃຫ້ ສາທາລະນະຊົນ ຮັບຮູ້ຂໍ້ມູນຂ່າວສານ ກ່ຽວກັບການສົ່ງເສີມຫົວຄິດປະດິດສ້າງ, ການປະດິດແຕ່ງ, ເສດຖະກິດພູມປັນຍາ. ການຄຸ້ມຄອງ, ການປົກປ້ອງສິດທາງດ້ານຊັບສິນທາງປັນຍາ ເພື່ອຮັບປະກັນຜົນປະໂຫຍດອັນຊອບທໍາ ຂອງເຈົ້າຂອງຊັບສິນທາງປັນຍາ ແລະ ຜົນປະໂຫຍດຂອງລັດ, ສັງຄົມຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ການຖ່າຍທອດເຕັກໂນໂລຊີ ຢູ່ພາຍໃນ ແລະ ຈາກຕ່າງປະເທດ ແນໃສ່ສົ່ງເສີມການຄ້າ, ການລົງທຶນ ແລະ ຄວາມອາດສາມາດແຂ່ງຂັນ ໃນຍຸກໂລກາພິວັດ ຢ່າງມີປະສິດທິພາບ.
ທ່ານ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວຕື່ມວ່າ: ໃນໄລຍະການຈັດງານມະຫາກໍາຊັບສິນທາງປັນຍາ ຄັ້ງທີ 4 ໃນລະຫວ່າງ ວັນທີ 21 ເມສາ ເຖິງ 1 ພຶດສະພາ 2018 ທາງກະຊວງ ກໍ່ຍັງຈະໄດ້ມີພິທີສະເຫລີມສະຫລອງວັນຊັບສິນທາງປັນຍາໂລກ ຂື້ນ ເຊີ່ງໝູນວຽນຄົບຮອບ 18 ປີພໍດີ, ພ້ອມທັງຈັດໃຫ້ມີກິດຈະກໍາຍ່າງເພື່ອສຸຂະພາບ ເຊີ່ງຈະໄດ້ຈັດຂື້ນທີ່ປະຕູໄຊ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ