ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນວ່າ: ໃນນາມຕາງໜ້າໃຫ້ແກ່ຂົງເຂດອຸດສາຫະກໍາ ແລະ ການຄ້າແຂວງໂດຍສະເພາະໃນການແບ່ງຄວາມຮັບຜິດຊອບ ລະຫວ່າງ ຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນສູນກາງ . ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໃນການຄຸ້ມຄອງລາຄາສິນຄ້າຢູ່ຕາມຫ້າງຮ້ານ, ທ້ອງຕະຫຼາດ ແລະ ປະຕິບັດຕາມດໍາລັດ ຂອງນາຍົກລັດຖະມົນຕີສະບັບເລກທີ 474 ກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເຊິ່ງທັງໝົດແມ່ນໄດ້ອີງໃສ່ນິຕິກໍາຂອງກະຊວງເພື່ອມາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ.
ສະເພາະໃນເທສະການບຸນປີໃໝ່ລາວ 2561 ທີ່ຈະມາເຖິງໃນມໍ່ໆນີ້ທາງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ໄດ້ມີການຈັດກອງປະຊຸມຄົ້ນຄວ້າ ປຶກສາຫາລືກັນພາຍໃນຄະນະພັກ , ຄະນະພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຊິ່ງໄດ້ມີການອອກແຈ້ງການຂັ້ນແຂວງກ່ຽວກັບການຄຸ້ມຄອງລາຄາສິນຄ້າຊ່ວງບຸນປີໃໝ່ລາວ ເປັນຕົ້ນແມ່ນເຂົ້າ, ຊີ້ນງົວ, ຊີ້ນໝູ ແລະ ປາ ( ປານິນ, ປາດຸກ ) ຕະຫຼອດເຖິງເຄື່ອງດື່ມ ເຊັ່ນ: ເບຍ, ນໍ້າດື່ມ , ນໍ້າຫວານ ໂດຍໄດ້ມີການແຕ່ງຕັ້ງເຈົ້າໜ້າທີ່ການຄ້າໃຫ້ລົງໄປປະຈໍາການຢູ່ຕະຫຼາດຫຼັກ 2, ຕະຫຼາດຫຼັກ 3 , ຕະຫຼາດນາໂບ .
ສ່ວນວ່າຢູ່ຂັ້ນເມືອງແມ່ນມອບໃຫ້ເຈົ້າໜ້າທີ່ຢູ່ຫ້ອງການອຸດສາຫະກໍາ ແລະ ການຄ້າຂັ້ນເມືອງ ເປັນຜູ້ຮັບຜິດຊອບຕິດຕາມ, ກວດກາ. ສະເພາະໃນເທສະການແມ່ນໄດ້ມອບໃຫ້ເຈົ້າໜ້າທີ່ການຄ້າຂອງພວກເຮົາລົງເຄື່ອນໄຫວຕິດຕາມບັນດາຫ້າງຮ້ານທີ່ໄດ້ຂຶ້ນທະບຽນວິສາຫະກິດຂາຍເຄື່ອງຍົກ , ເຄື່ອງຍ່ອຍໂດຍໄດ້ອອກແຈ້ງການວ່າດ້ວຍການກໍານົດລາຄາສິນຄ້າແຕ່ລະປະເພດ. ນອກຈາກອອກແຈ້ງການເຖິງຜູ້ປະກອບການແລ້ວຍັງໄດ້ອອກແຈ້ງການຜ່ານສື່ມວນຊົນເຊັ່ນ: ວິທະຍຸ ແລະ ໂທລະພາບ. ພ້ອມກັນນັ້ນແມ່ນການຕິດຕາມ,ກວດກາຖ້າຫາກພວກເຮົາກວດພົບເຫັນຫ້າງຮ້ານໃດຂຶ້ນລາຄາສິນຄ້າຂັ້ນທໍາອິດພວກເຮົາຈະໄດ້ມີການຕັກເຕືອນ, ຫາກຜູ້ປະກອບການຍັງຝ່າຝືນເປັນ ຄັ້ງທີສອງແມ່ນຈະໄດ້ມີການປັບໄໝຂັ້ນຕໍ່ານັບແຕ່ 1,5 ລ້ານກີບ - 5 ລ້ານກີບ. ຖ້າຫາກຜູ້ປະກອບການຍັງຝ່າຝືນເປັນຄັ້ງທີສາມເຈົ້າໜ້າທີ່ການຄ້າຈະໄດ້ມີການກວດກາຄືນກ່ຽວກັບມາດຕະການຕໍ່ຜູ້ລະເມີດ
ທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າປະຈໍາແຂວງຄໍາມ່ວນ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ແລະ ພະນັກງານທີ່ໄປຊື້ເຄື່ອງຢູ່ຕາມທ້ອງຕະຫຼາດຖ້າຫາກພົບບັນຫາໃດໂດຍສະເພາະແມ່ນລາຄາສິນຄ້າຢູ່ທ້ອງຕະຫຼາດຫາກສູງກວ່າລາຄາທີ່ທາງການໄດ້ກໍານົດໃຫ້ ແມ່ນໃຫ້ທາງພະແນກອຸດສາຫະກໍາ ແລະ ການຄ້າຊາບທັນທີ. ກ່ຽວກັບການຄຸ້ມຄອງລາຄາສິນຄ້າຢູ່ຕາມທ້ອງຕະຫຼາດແມ່ນໄດ້ເຮັດເປັນປົກກະຕິບໍ່ໄດ້ໝາຍເຖິງສະເພາະຢູ່ໃນຊ່ວງເທສະການປີໃໝ່ເທົ່ານັ້ນ ພ້ອມນັ້ນແມ່ນໄດ້ສົມທົບກັບພະແນກການທີ່ກ່ຽວຂ້ອງ ລົງເຄື່ອນໄຫວເພື່ອກວດກາດ້ານຄຸນນະພາບຂອງສິນຄ້າ, ບໍ່ໃຫ້ຜູ້ຂາຍເອົາປຽບຜູ້ຊື້, ໃນການຂາຍສິນຄ້າຕ້ອງຕິດສະຫຼາກເປັນພາສາລາວເພື່ອເຮັດໃຫ້ຜູ້ບໍລິໂພກຮັບຮູ້ຂໍ້ມູນ ຫຼື ຮູ້ທີ່ມາຂອງສິນຄ້າວ່າມາຈາກໃສ. ເຊິ່ງໄດ້ມີການປະສານສົມທບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງເປັນລະບົບຕ່ອງໂສ່ເພື່ອເກັບກໍາຂໍ້ມູນແຫຼ່ງຜະລິດລວມເຖິງຕົ້ນທຶນຂອງຜູ້ປະກອບການເພື່ອຈະໄດ້ກໍານົດລາຄາຢູ່ທ້ອງຕະຫຼາດໃຫ້ມີຄວາມຊັດເຈນ. ປະຈຸບັນເຫັນວ່າລາຄາແມ່ນສິນຄ້າແມ່ນຢູ່ໃນເກນປົກກະຕິເມື່ອທຽບໃສ່ປີຜ່ານມາ ເຫັນວ່າລາຄາສິນຄ້າແມ່ນມີການເໜັງຕີງເລັກໜ້ອຍທັງນີ້ເນື່ອງຈາກວ່າປີ 2018 ເປັນປີທ່ອງທ່ຽວລາວ ແລະ ອີງໃສ່ຄໍາສັ່ງຂອງທ່ານເຈົ້າແຂວງທີ່ໄດ້ມອບໝາຍໃຫ້ພະແນກພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເປັນເຈົ້າການໃນການຄຸ້ມຄອງລາຄາສິນຄ້າ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ແຂກຕ່າງປະເທດ (ນັກທ່ອງທ່ຽວ)
Editor: ກຳປານາດ ລັດຖະເຮົ້າ