ຜ່ານການລາຍງານຕໍ່ສື່ມວນຊົນ ຂອງ ທ່ານ ວັນເພັນ ສີສຸກ ຜູ້ອຊານວຍການສະຖານີຂົນສົ່ງໂດຍສານສາຍໃຕ້ ແລະ ຕ່າງປະເທດ ກ່ຽວກັບການກຽມບໍລິການຕ້ອນຮັບປີໃຫມ່ລາວ 2561 ເມື່ອບໍ່ດົນມານີ້ວ່າ: ເນື່ອງຈາກປີໃຫມ່ລາວ ໃນທຸກໆປີ ພໍ່ແມ່ປະຊາຊົນ ຍາດຕີພີ່ນ້ອງ ແມ່ນໄດ້ເດີນທາງກັບຄືນບ້ານເກີດ ເພື່ອໄປຮ່ວມສະເຫລີມສະຫລອງບຸນປີໃຫມ່ລາວ ທີ່ບ້ານຂອງຕົນ ເຊີ່ງເຮັດໃຫ້ ຜູ້ໂດຍສານຈະເພີ່ມຂື້ນ ຫລາຍເປັນພິເສດ ສະເລ່ຍ 3-4 ພັນຄົນ. ສະນັ້ນ ເພື່ອກຽມລົດໂດຍສານ ໄວຄອຍບໍລິການ ໃຫ້ພຽງພໍ ທາງສະຖານີ ແມ່ນຈະໄດ້ເພີ່ມລົດເມ ຕື່ມອີກ 30 ກວ່າຄັນ, ຈາກປົກກະຕີທີ່ມີຢູ່ແລ້ວ 50 ຄັນ, ລວມທັງໝົດເປັນ 80 ຄັນ, ທັງນີ້ເພື່ອໃຫ້ພຽງພໍ ຕໍ່ການເດີນທາງຂອງຜູ້ໂດຍສານ.
ທ່ານ ຜູ້ອໍານວຍການ ຍັງກ່າວຕື່ມວ່າ: ບັນດາບໍລິສັດຂົນສົ່ງໂດຍສານ ແລະ ຜູ້ມີລົດເມ ທີ່ມາເຂົ້າຄີວ ມີ 10 ກວ່າບໍລິສັດ ແມ່ນໄດ້ກຽມໂຊເຟີຮັບໃຊ້, ລວມທັງການກວດກາເຕັກນິກລົດຂອງຕົນ ເພື່ອຮັບປະກັນຄວາມພ້ອມດ້ານຕ່າງໆ, ນອກຈາກນັ້ນ ສະຖານີ ຍັງມີເຈົ້າຫນ້າທີ່ເຂົ້າປະຈໍາກວດສອບຄວບຄຸມດ້ານການບໍລິການ, ການກວດສອບເຕັກນິກ ຕ່າງໆ ເຊັ່ນ: ເຈົ້າຫນ້າທີ່ຕໍາຫລວດເສດຖະກິດ, ຕໍາຫລວດຈາລະຈອນ ແລະ ຜູ້ຮັບຜິດຊອບ ຍທຂ ປະຈໍາສະຖານີ ເຊີ່ງປະຈຸບັນແມ່ນພ້ອມ 100 ສ່ວນຮ້ອຍ ແລະ ເລີ່ມໃຫ້ບໍລິການມາແຕ່ທ້າຍອາທິດຜ່ານມາ, ຄາດວ່າ ຜູ້ໂດຍສານເດີນທາງໄປຫລາຍທີ່ສຸດ ໃນລະຫວ່າງ ວັນທີ 9 - ວັນທີ 13 ເມສາ 2018 ແລະ ເດິນທາງກັບ 18 ຫາ 21 ເມສາ 2018
Editor: ກຳປານາດ ລັດຖະເຮົ້າ