ຢູ່ທີ່ສະໂມສອນເມືອງທ່າແຕງ, ແຂວງເຊກອງ ຫ້ອງການຊາວໝຸ່ມເມືອງ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກເຍົາວະຊົນ-ອະນຸຊົນທັນວາ ຂື້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ລົດແກ້ວ ເພັງພູນສະຫວັດ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ທ່າແຕງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີ ທ່ານນາງ ແກ້ວອຸດອນ ດວງມະນີວົງ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໝຸ່ມເມືອງທ່າແຕງ, ມີບັນດາຄູ-ອາຈານ, ແຂກຖືກເຊີນ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານນາງ. ພຸດດາວັນ ແສງອາທອນ ຈາກໂຮງຮຽນ ມສ ທ່າແຕງ ຕາງໜ້ານ້ອງນັກຮຽນ ທີ່ມາຈາກ 5 ໂຮງຮຽນ ຄື: ໂຮງຮຽນ ມສ ທ່າແຕງ, ປະຖົມທ່າແຕງ, ປະຖົມຫ້ວຍຊາຍ, ໂຮງຮຽນປະຖົມໂກງຕາຢູນ ແລະ ໂຮງຮຽນປະຖົມຫົວເມືອງ ຂື້ນຜ່ານໃບຄໍາຮ້ອງຂໍເຂົ້າເປັນສະມາຊິກເຍົາ ວະຊົນ-ອະນຸຊົນທັນວາ ວ່າ: ຈະຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນສົມບັດ, ສິນທໍາປະຕິວັດ ຈະຊັດຊື້່ບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດ, ອົງການຈັດຕັ້ງຕ່າງໆ ໂດຍສະເພາະ ຜົນປະໂຫຍດລວມໝູ່ໜ່ວຍເຍົາວະຊົນ-ອະນຸຊົນທັນວາ ຈະປະຕິບັດລະບຽບກົດໝາຍ ມະຕິຄໍາສັ່ງຂັ້ນເທິງ ລະບຽບຂອງບ້ານ-ເມືອງ, ລະບຽບຂອງເຍົາວະຊົນ, ຈະເປັນແບບຢ່າງໃຫ້ນ້ອງນ້ອຍເຍົາວະຊົນ ແລະ ເປັນຜູ້ສືບທອດພາລະກິດຂອງປະເທດຊາດ, ບ້ານເມືອງ ທີ່ດີໃນຕໍ່ໜ້າ.
ຈາກນັ້ນ ທ່ານນາງ ປາສັນອາລຸນ ຫຼວງອາໄພ ຮອງອໍານວຍການໂຮງຮຽນ ມສ ທ່າແຕງ ໄດ້ຂື້ນຮັບຮອງເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກເຍົາວະຊົນ-ອະນຸຊົນທັນວາ ທີ່ຖືກຕ້ອງກັບລະບຽບຂອງສະມາຊິກເຍົາວະຊົນ-ອະນຸຊົນທັນວາໝວດທີ 2, ມາດຕາ 5 ວ່າດ້ວຍມາດຖານເງື່ອນໄຂເຂົ້າເປັນສະມາຊິກເຍົາວະຊົນ-ອະນຸຊົນທັນວາແຕ່ອາຍຸ 9-14 ປີ, ທີ່ໄດ້ຮັບເອົາຄັ້ງນີ້ ມີທັງໝົດ 93 ນ້ອງ, ພ້ອມນີ້ ກໍ່ໄດ້ມີການມອບແພແດງ ແລະ ໝວກສີຟ້າໃຫ້ສະມາຊິກເຍົາວະຊົນທັນວາ ໂດຍເປັນກຽດຂື້ນມອບຂອງ ທ່ານ ລົດແກ້ວ ເພັງພູນສະຫວັດ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງທ່າແຕງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ແລະ ທ່ານນາງ ແກ້ວອຸດອນ ດວງມະນີວົງ ກຳມະການພັກເມືອງ ເລຂາຄະນະບໍລິຫານງານ ຊາວໝຸ່ມເມືອງ ທ່າແຕງ ເປັນຜູ້ຄ້ອງແພໃນຄັ້ງນີ້
Editor: ກຳປານາດ ລັດຖະເຮົ້າ