ຕາມການໃຫ້ສໍາພາດຂອງ ທ່ານນາງ ເພັດສະໜອນ ພິລາວັນ ກໍາມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງເຊໂປນ ໄດ້ລາຍງານຕໍ່ຜູ້ສື່ຂ່າວທ້ອງຖິ່ນ ເມື່ອບໍ່ດົນນີ້ວ່າ: ເພື່ອເປັນການຂໍ່ານັບຮັບຕ້ອນວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ວັນທີ 14 ເມສາ 1955-ຫາ ວັນທີ 14 ເມສາ 2018 ຄົບຮອບ 63 ປີ ທີ່ຈະມາເຖີງນີ້, ຄະນະບໍລິຫານງານຊາວໜຸ່ມເມືອງເຊໂປນ ໄດ້ສົມທົບກັບຄະນະໜ່ວຍ, ຮາກຖານຊາວໜຸ່ມ ອອ້ມຂ້າງ ໄດ້ຊີ້ນໍາໆພາສະມາຊີກຊາວໜຸ່ມພາຍໃນໜ່ວຍ, ແລະ ຮາກຖານຂອງຕົນສ້າງຂະບວນການອອກແຮງງານລວມ, ເຊີ່ງກິດຈະກໍ່ຄັ້ງນີ້ແມ່ນໄດ້ແບ່ງເປັນ 2 ຈຸດ ແຕ່ຫ້ອງວ່າການປົກຄອງເມືອງເຊໂປນ ຫາ ເຮືອນພັກເຈົ້າເມືອງ, ແລະ ແຕ່ສະໂມສອນເມືອງ ຫາ ຕະຫລາດເມືອງ, ສ່ວນວ່າໜ້າວຽກທີ່ເຮັດແມ່ນໄດ້ສາມັກຄີກັນອານາໄມເກັບເສດຖົງຢາງ, ເຈັ້ຍ ແລະ ສີ່ງເສດເຫລືອຕ່າງໆ ທີ່ຢັງຢາຍບໍລິເວນຫ້ອງວ່າການປົກຄອງ,ສະໂມສອນເມືອງ, ຕາມແຄມທາງເລກ 9 , ຖ່າງປ່າບ່ອນທີ່ຮົກເຮື້ອອອກຈາກສອງຟາກທາງ, ອະນາໄມສະຄອ່ງ ຮ່ອງນໍ້າບໍລິເວນທາງເລກ9 ແລະ ປະດັບປະດາຕິດທຸງຊາດ,ທຸງພັກ,ທຸງປິວ ຕາມສໍານັກງານຫ້ອງການ,ໂຮງຮຽນ, ບ້ານ, ນອກຈາກນີ້ແຫລ່ງຂ່າວຍັງແຈ້ງຕື່ມອີກວ່າ ໃນວັນດຽວກັນ, ຄະນະບໍລິຫານງານຊາວໜຸ່ມເມືອງເຊໂປນ, ຄະນະໜ່ວຍ,ຮາກຖານພ້ອມດ້ວຍສະມາຊີກຊາວ ໜຸ່ມທົ່ວເມືອງເຊໂປນ ຍັງໄດ້ເຂົ້າຂໍ່ານັບວາງກະຕ່າດອກໄມ້ ຢູ່ຕໍ່ໜ້າອະນຸສອນສະຖານປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາຮັກຂອງປວງຊົນລາວທັງຊາດ, ເພື່ອເປັນການຈາລຶກຄຸນງາມຄວາມດີຂອງປະທານໄກສອນ ໃນວັນສໍາຄັນດັ່ງກ່າວອີກດ້ວຍ
Editor: ກຳປານາດ ລັດຖະເຮົ້າ