ເມື່ອບໍ່ດົນຜ່ານມາ, ຢູ່ຕໍ່ໜ້າອະນຸສອນສະຖານ ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ເມືອງເຊໂປນ, ແຂວງສະຫວັນນະເຂດ. ຮາກຖານຊາວໜຸ່ມ 3 ໂຮງຮຽນ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໝຸ່ມ ປະຊາຊົນ ປະຕິວັດລາວຈໍານວນ 226 ສະຫາຍ, ຍີງ111 ສະຫາຍ. ໂດຍການເປັນປະທານ ສະຫາຍ ນາງ. ເພັດສະ ໝອນ ພິລາວັນ ກໍາມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໝຸ່ມເມືອງ, ເລຂາຄະນະຮາກຖານຊາວໜຸ່ມ 3 ໂຮງຮຽນ ພ້ອມດ້ວຍມະຫາຊົນກ້າວໜ້າໂຮງຮຽນ ມສ ເຊໂປນ, ມສ ນາບໍ່ ແລະ ມັດທະຍົມຕົ້ນ ມັນຈີ ຈໍານວນ 226 ສະຫາຍ, ຍີງ111 ສະຫາຍ ເຂົ້າຮ່ວມ. ໃນພິທີຕາງໜ້າມະຫາຊົນກ້າວໜ້າ ຈໍານວນ 226 ສະຫາຍ, ຍີງ111 ສະຫາຍ ຂື້ນຜ່ານປະຕິຍານຕົນວ່າ: ຈະຕັ້ງ ໜ້າຝືກຝົນຫໍ່ລຫລອມ ຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນທົ່ວໄປ, ເອຶົາໃຈໃສ່ເຂົ້າຮ່ວມການເຄື່ອນໄຫວວຽກງານຊາວໜຸ່ມ ທຸກຂະບວນການ, ຈາກນັ້ນຕາງໜ້າເລຂາຮາກຖານຊາວໝຸ່ມ ປະຊາຊົນ ປະຕິວັດລາວ ທັງ 3 ໂຮງຮຽນ ໄດ້ຂື້ນກ່າວຮັບພ້ອມຈັບມືສະມາຊິກເພື່ອຢືນຢັນວ່າໄດ້ຮັບເຂົ້າເປັນສະມາຊິກຊາວໝຸ່ມຢ່າງສົມບູນ.
ໃນນັ້ນ ສະຫາຍ ຈັກຕະທະນາ ກິຂຸນຄຳ ຮອງເລຂາຄະນະບໍລິຫານງານຊາວໝຸ່ມເມືອງເຊໂປນ ໄດ້ຂື້ນແນະນໍາກ່ຽວກັບກົດລະບຽບຂອງການເຂົ້າເປັນສະມາຊິກຊາວໝຸ່ມ ຮູ້ຈັກກຽ່ວກັບທຸງຊາວໝຸ່ມ, ສັນຍາລັກຂອງທຸງ. ສຸດທ້າຍ ສະຫາຍ ນາງ. ເພັດສະໝອນ ພິລາວັນ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມແກ່ສະມາຊິກຊາວໜຸ່ມໃໝ່ ທັງ3ໂຮງຮຽນ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດກົດລະບຽບຂອງສະມາຊິກໃຫ້ເຂັ້ມງວດ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍແຜນຍຸດທະສາດຂອງພັກ ຂອງຊາດໃນແຕ່ລະໄລຍະໃໝ່ ໃຫ້ເລິກເຊິ່ງ ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ພາຍນອກ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຊາວໝຸ່ມ, ໄວໝຸ່ມ, ເຍົາວະຊົນ ແລະຮຽກຮ້ອງໃຫ້ບັນດາສະມາຊິກທຸກຄົນຕ້ອງໄດ້ພ້ອມກັນເຝຶກຝົນຫຼໍ່ຫຼອມ ຍົກສູງຄຸນທາດການເມືອງ,ຄຸນສົມບັດ ສິນທຳປະຕິວັດ, ຄວາມຮູ້-ຄວາມສາມາດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ແລະ ພ້ອມກັນເອົາໃຈໃສ່ປັບປຸງພາລະບົດບາດ, ແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງ,ໂດຍຢຶດໝັ້ນລັກການລວມສູນ ປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ, ສູ້ຊົນໃຫ້ກາຍເປັນຮາກຖານ, ໜ່ວຍຊາວໜຸ່ມຕົວແບບ 4 ບຸກໃຫ້ໄດ້ຫລາຍສະໄໝ.
ທີມຂ່າວ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ