ລະຫວ່າງ ວັນທີ 4-8 ເມສາ 2018 ທີ່ຜ່ານມາ ຢູ່ທີ່ເດີ່ນຫ້ອງການບ້ານ ສີສະຫວາດ ເມືອງ ບໍລິຄັນ, ແຂວງບໍລິຄໍາໄຊ ໄດ້ເປີດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າຜະລິດຕະພັນ ODOP-OTOP ຄັ້ງທີ 5 ຂື້ນ ຫຼື ( ໜື່ງເມືອງໜື່ງຜະລິດຕະພັນ-ໜື່ງຕໍາບົນໜື່ງຜະລິດຕະພັນ) ໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ດວງຕາ ມໍລະຄາສຸກ ຫົວໜ້າຫ້ອງວ່າການປົກຄອງແຂວງບໍລິຄຳໄຊ,ທ່ານ ສຸຣະສັກ ກະເສີມສຸວັນ ຮອງເຈົ້າແຂວງບຶງການ, ຣາຊາອານາຈັກໄທ. ມີຄະນະຮັບຜິດຊອບຈັດງານຂັ້ນແຂວງ, ຂັ້ນເມືອງ ພະແນກການທີ່ກຽ່ວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ພັກສົມດີ ວົງສາວັນດີ ຮອງຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງ ບໍລິຄຳໄຊ ຄະນະຮັບຜິດຊອບໃນການຈັດງານຕະຫຼາດນັດວາງສະແດງສິນຄ້າ ແລະ ຂາຍສິນຄ້າຜະລິດຕະພັນ ( ODOP-OTOP ) ລາວ-ໄທ ສາຍສໍາພັນສອງປະເທດລະຫວ່າງແຂວງ ບໍລິຄໍາໄຊ ແລະ ແຂວງ ບຶງການ ຄັ້ງທີ 5 ໃນຄັ້ງນີ້ ແມ່ນໄດ້ເລີ່ມມາແຕ່ວັນທີ 4 ເມສາ - 8 ເມສາ 2018 ໃນນັ້ນທາງຄະນະຮັບຜິດຊອບຈັດງານ ແມ່ນໄດ້ເອື້ອອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການໄດ້ມີການປຶກສາຫາລື ແລະ ໄດ້ແລກປຽ່ນຖອດຖອນບົດຮຽນຮ່ວມກັນ ເພື່ອເຮັດໃຫ້ຜະລິດຕະພັນໄດ້ຮັບຄຸນນະພາບ ແລະ ເປັນທີນິຍົມຂອງຜູ້ຊົມໃຊ້, ເຊີ່ງພາຍໃນງານໄດ້ມີສິນຄ້າຫຼາຍປະເພດເປັນຕົ້ນແມ່ນເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າຫັດຖະກຳ ຈາກແຂວງບໍລິຄຳໄຊ ແລະ ແຂວງບຶງການ, ທີ່ຜະລິດຈາກພູມປັນຍາທ້ອງຖິ່ນຂອງຊາວບ້ານ, ໃນງານມີ 60 ບູດໂດຍແມ່ນແຂວງບຶງການ ເປັນຜູ້ອຸປະຖໍາ,ມູນຄ່າຕົ້ນທຶນຂອງຜະລິດຕະພັນ ປະມານ 1,5 ຕື້ກວ່າກີບ. (ໜຶ່ງພັນ ຫ້າຮ້ອຍລ້ານກວ່າກີບ) ມີເງິນສໍາພັດໃນແຕ່ລະວັນ ປະມານ 40 ລ້ານກວ່າກີບ. ຈາກນັ້ນ ທ່ານ ດວງຕາ ມໍລະຄາສຸກ ຫົວໜ້າຫ້ອງວ່າການປົກຄອງແຂວງ ບໍລິຄຳໄຊ ແລະ ທ່ານ ສຸຣະສັກ ກະເສີມສຸວັນ ຮອງເຈົ້າແຂວງ ບຶງການ ຍັງໄດ້ເປັນກຽດຕັດລິບບີ່ນ ເພື່ອຢັ້ງຢືນເປີດງານຢ່າງເປັນທາງການ. ພ້ອມຮັບຊົມການສະແດງສິນລະປະວັນນະຄະດີ ຈາກນ້ອງນັກຮຽນ ມສ ບໍລິຄັນ ທີ່ມາສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ຜູ້ທີ່ມາທຽ່ວງານຕື່ມອີກ
ແຫລ່ງຂ່າວຈາກທີມຊ່າວແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ