ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງທ່າແຕງ, ແຂວງເຊກອງ ຮ່ວມກັບຄະນະກໍາມະການ ໄດ້ຈັດກອງປະຊຸມປຶກສາຫາລືການສ້າງກອງທືນປ້ອງກັນຄວາມສ່ຽງ ແລະ ຄວບຄຸມໄພພິບັດພາຍໃນເມືອງທ່າແຕງ ເພື່ອປະກອບສ່ວນເຂົ້າໃນລະບົບຖານຂໍ້ມູນໄພພິບັດໃນຕົວເມືອງ ຂື້ນເມື່ອບໍ່ດົນມານີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ທ່າແຕງ ປະທານຊີ້ນໍາການປ້ອງກັນຄວາມສ່ຽງ ແລະ ຄວບຄຸມໄພພິບັດເມືອງທ່າແຕງ, ມີ ທ່ານ ທອງແກ້ວ ລັດອໍານວຍ ກໍາມະການພັກເມືອງ ຫົວໜ້າຫ້ອງການຊັບພະຍາກອນ, ທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ພ້ອມດ້ວຍເຂດຈຸດສຸ່ມພັດທະນາ 6 ເຂດ ແລະ ຄະນະພັກຮາກຖານ 47 ໝູ່ບ້ານໃນທົ່ວເມືອງ ທ່າແຕງເຂົ້າຮ່ວມ.
ທ່ານ ຄໍາເຜີຍ ຕະນະວົງ ຮອງຫົວໜ້າຫ້ອງການຊັບພະຍາກອນ, ທໍາມະຊາດ ແລະ ສິ່ງແວດລ້ອມ ຄະນະກອງເລຂາການປ້ອງກັນຄວາມສ່ຽງ ແລະ ຄວບຄຸມໄພພິບັດ ໄດ້ກ່າວໃນກອງປະຊຸມວ່າປະເທດລາວ ເປັນປະເທດທີ່ມີຄວາມສ່ຽງຕໍ່ການເກີດໄພພິບັດ ເຊິ່ງໂຮມທັງໄພພິບັດທາງທໍາມະຊາດ ແລະ ມະນຸດສ້າງຂຶ້ນເຊັ່ນ: ນໍ້າຖ້ວມ, ໄພແຫ້ງແລ້ງ, ລົມພາຍຸ, ໄຟໄໝ້, ເຮືອຫຼົ້ມ, ພະຍາດລະບາດ ແລະ ບັນຫາລະເບີດບໍ່ທັນແຕກ ນັບແຕ່ທ້າຍປີ 1990 ເຖິງປັດຈຸບັນ ໄພນໍ້າຖ້ວມໄດ້ກາຍເປັນບັນຫາຫຼັກ ທີ່ກໍ່ໃຫ້ເກີດຄວາມເສຍຫາຍຢ່າງມະຫາສານຕໍ່ກັບຫຼາຍຂະແໜ່ງການ ໂດຍສະເພາະແມ່ນໂຄງລ່າງພື້ນຖານ, ເສັ້ນທາງ, ຂົວ ແລະ ພື້ນທີ່ກະສິກໍາເຫຼົ່ານີ້ເປັນຕົ້ນຕໍ ກັບບັນຫາດັ່ງກ່າວ ກົມຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ -ຂັ້ນເມືອງ ເຫັນໄດ້ຄວາມສໍາຄັນ ແລະ ໄດ້ກໍານົດການສ້າງຕັ້ງກອງທືນ ແລະ ຄຸ້ມຄອງນໍາໃຊ້ກອງທືນຊ່ວຍເຫຼືອສຸກເສີນໃຫ້ແກ່ຜູ້ປະສົບເຄາະຮ້າຍ ຈາກເຫດການໄພພິບັດຕ່າງໆພາຍໃນເມືອງທ່າແຕງ ທີ່ມີຜົນເສຍຫາຍເກີນ 70 ສ່ວນຮ້ອຍຂື້ນໄປ, ແນໃສ່ເພື່ອການຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນບັນດາເຜົ່າ, ພະນັກງານ, ກໍາມະກອນ ທີ່ປະສົບເຄາະຮ້າຍຈາກໄພພິບັດໃນຕໍ່ໜ້າ ນັບແຕ່ປີ 2018-2037 ເປັນຕົ້ນໄປ, ເພື່ອສ້າງລະບົບຖານຂໍ້ມູນໄພພິບັດ ແລະ ເກັບກໍາຂໍ້ມູນດ້ານໄພພິບັດ, ວິເຄາະ, ປະເມີນຄວາມເສຍຫາຍ ແລະ ການສູນເສຍຢ່າງເປັນລະບົບ.
ກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ຂໍ້ກໍານົດຢ່າງກົງໄປກົງມາ, ຮັບຟັງແຈ້ງການ,ປື້ມຕິດຕາມປ້ອງກັນຄວາມສ່ຽງ ແລະ ຄວບຄຸມໄພພິບັດ, ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ພ້ອມທັງຮັບຮອງເອົາຕົວເລກ ລາຍຮັບພັນທະ ຈາກຂະແໜ່ງການຕ່າງໆທາງພາກລັດ, ເອກະຊົນ ແລະ ປະຊາຊົນໃນແຕ່ລະປີ ໂດຍສະເພາະ ຮັບຈາກງົບປະມານແຫ່ງລັດຈໍານວນ 150-200 ລ້ານກີບ/ປີ, ນອກນີ້, ຮັບຈາກຫ້ອງການກຸ່ມເສດຖະກິດ, ກຸ່ມວັດທະນະທໍາສັງຄົມ, ກຸ່ມປົກປ້ອງກົດໝາຍ, ຫ້ອງການ ປກສ-ປກຊ, ອົງການຈັດຕັ້ງມະຫາຊົນ, ບໍລິສັດ-ລັດວິສາຫະກິດ, ຫ້າງຮ້ານ, ພະນັກງານລັດຖະກອນ, ພະນັກງານລັດວິສາຫະກິດ, ພະນັກງານ-ອາສາສະໝັກ ແລະ ປະຊາຊົນທົ່ວເມືອງທ່າແຕງ ເພື່ອເຂົ້າການຊ່ວຍເຫຼືອໄພພິບັດຕ່າງໆເກີນ 70 ສ່ວນຮ້ອຍຂື້ນໄປ, ໂດຍຮູບການຊ່ວຍເຫຼືອແມ່ນຄອບຄົວແຕ່ 1-3 ຄົນ, 4-5 ຄົນ, ແຕ່ 6 ຄົນຂື້ນໄປ ແລະ ກໍລະນີເສຍຊີວິດ ຕ້ອງໄດ້ດໍາເນີນປະຕິບັດຕາມຂໍ້ກໍານົດຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ. ເພື່ອຊ່ວຍເຫຼືອໄພພິບັດທາງທໍາມະຊາດ ແລະ ມະນຸດສ້າງຂຶ້ນ ເຊັ່ນ: ນໍ້າຖ້ວມ, ໄພແຫ້ງແລ້ງ, ລົມພາຍຸ, ໄຟໄໝ້, ເຮືອຫຼົ້ມ, ພະຍາດລະບາດ ແລະ ອື່ນໆ ທີ່ອາດຈະເກີດຂື້ນ ແນໃສ່ປຶກສາຫາລືກ່ຽວກັບລະບົບການເກັບກໍາຂໍ້ມູນຈາກບັນດາບ້ານທົ່ວເມືອງ ໂດຍສະພາະ ຈາກຂະແໜ່ງການກ່ຽວຂ້ອງ, ຄະນະກໍາມະການຂັ້ນເມືອງ, ຂັ້ນບ້ານ ເພື່່ອເຮັດໃຫ້ລະບົບຖານຂໍ້ມູນໄພພິບັດຕ່າງໆສອດຄ່ອງກັບຕົວຈິງ ແລະ ໃຫ້ທ່ວງທັນກັບເວລາ.
ດັ່ງນັ້ນ, ຈິ່ງໄດ້ສ້າງກອງທືນຂື້ນ ໂດຍຕິດພັນກັບການສ້າງລະບົບຖານຂໍ້ມູນໄພພິບັດດັ່ງກ່າວ ເຊິ່ງເປັນວຽກໜຶ່ງທີ່ສໍາຄັນ ແລະ ມີຄວາມຈໍາເປັນສໍາລັບວຽກງານການປ້ອງກັນ ແລະ ຄວບຄຸມໄພພິບັດ
ຖວທ ເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ