ໃນວັນທີ 17 ເມສາ 2018 ນີ້, ທາງເຈົ້າໜ້າທີ່ໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງອຸທຸມພອນ ໄດ້ຮັບງານລາຍຈາກ ເຈົ້າໜ້າທີ່ ປກສ ກຸ່ມບ້ານໜອງບົວທອງ ວ່າ ມີເຫດການຄົນຮ້າຍເຂົ້າໄປລັກເງິນ ຢູ່ຮ້ານຂາຍເຄື່ອງຍ່ອຍຂອງທ້າວ ເລ ຮູ ອາງ ອາຍຸ 29 ປີ, ສັນຊາດຫວຽດນາມ, ອາຊີບຄ້າຂາຍ ທີ່ພັກເຊົາຢູ່ບ້ານກີບມ້າ ເມືອງອຸທຸມພອນ, ແຂວງສະຫວັນນະເຂດ.
ຈາກການລົງເອົາຂໍ້ມູນ ແລະ ຫຼັກຖານພະຍານເບື້ອງຕົ້ນ ສາມາດກັກຕົວຜູ້ຕ້ອງສົງໄສໄດ້ໜຶ່ງລາຍ ຊື່ທ້າວ ເຖິກ ທະວີສຸກ ອາຍຸ 22 ປີ, ສັນຊາດລາວ, ອາຊີບເຮັດນາ ຢູ່ບ້ານກີບມ້າ, ເມືອງອຸທຸມພອນ ແຂວງສະຫວັນນະເຂດ. ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວ ຈຶ່ງຍອມຮັບສາລະພາບວ່າ: ໃນຕອນກາງຄືນຂອງວັນທີ 16 ເມສາ 2018 ເວລາປະມານ 21 ໂມງ 40 ນາທີ ໃນຂະນະທີ່ຄົນໃນເຮືອນນອນຫຼັບໝົດແລ້ວ ຜູ້ກ່ຽວຈຶ່ງໄດ້ຍ່າງຂຶ້ນຂັ້ນໄດເຮືອນ ເພື່ອຊອກຫາວິທີເຂົ້າໄປໃນເຮືອນ ຈິ່ງໄດ້ເອົາມືຍູ້ປະຕູເຮືອນຊັ້ນທີສອງ ສັງເກດເຫັນວ່າບໍ່ໄດ້ໃສ່ກະແຈ ຈາກນັ້ນ, ຜູ້ກ່ຽວກໍ່ໄດ້ເຂົ້າໄປຈົກເອົາເງິນໃນກະເປົ໋າແຂນແອວຂອງຫວຽດຜູ້ຊາຍ ທີ່ວາງໄວ້ຂ້າງບ່ອນນອນ ແລ້ວຜູ້ກ່ຽວກໍ່ຍ່າງໄປຕຽງນອນຂອງຫວຽດຜູ້ຍິງ ເພື່ອຈົກເອົາເງິນໃນກະເປົ່າເງິນຂອງຫວຽດຜູ້ຍິງ ທີ່ວາງໄວ້ຢູ່ເທິງກະເປົ໋າໃສ່ເຄື່ອງ. ເມື່ອໄດ້ເງິນແລ້ວ ຜູ້ກ່ຽວກໍ່ຍ່າງຖອຍຫຼັງອອກມາ ແລ້ວໄປຕຳເອົາເຄື່ອງຂາຍໃນຮ້ານ ຈົນເຮັດໃຫ້ເຈົ້າຂ້ອງຮູ້ເມື່ອ ຜູ້ກ່ຽວຈຶ່ງໄດ້ປົບໜີອອກໄປທາງປະຕູບ່ອນເຂົ້າມາ ແລ້ວແລ່ນອອກໄປທາງທົ່ງນາລັດເມືອເຮືອນ, ຈາກນັ້ນ, ເມືອຮອດເຮືອນແລ້ວ ຜູ້ກ່ຽວກໍ່ໄດ້ນຳເອົາເສື້ອສີແດງມາຫໍ່ເງິນທີ່ລັກມາ ແລ້ວເອົາໄປເຊື່ອງໄວ້ຢູ່ເລົ້າເຂົ້າ ໂດຍເອົາເຂົ້າເປືອກຖົມໄວ້.
ຜ່ານການກວດກາເຫັນວ່າ: ພົບເງິນສະກຸນເງິນບາດຈໍານວນ 77.000 ບາດ, ເງິນກີບ 948.000 ກີບ ແລະ ເງິນຫວຽດນາມ 195.000 ດົງ. ເຊິ່ງກົງກັນກັບທີ່ເຈົ້າຂອງເງິນໄດ້ແຈ້ງເສຍຫາຍໄວ້. ສ່ວນສາຍເຫດໃນການລົງມືລັກເງິນໃນຄັ້ງນີ້ ແມ່ນເພື່ອຢາກໄດ້ເງິນໄປຈັດງານແຕ່ງດອງ. ປະຈຸບັນ ເຈົ້າໜ້າທີ່ ກໍ່ໄດ້ດຳເນີນຕາມຂັ້ນຕອນຂອງກົດໝາຍ, ສ່ວນເງິນຂອງກາງທີ່ຄົ້ນຮ້າຍລັກໄປນັ້ນ, ທາງເຈົ້າໜ້າທີ່ໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງອຸທຸມພອນ ກໍ່ໄດ້ມອບເງິນຄືນໃຫ້ແກ່ຜູ້ຖືກເສຍຫາຍຕາມລະບຽບການຢ່າງຖືກຕ້ອງ.
Editor: ເມືອງອຸທຸມພອນ