ກອງປະຊຸມປຶກສາຫາລືແບ່ງຄວາມຮັບຜິດຊອບຂອງບັນດາຂະເເໜງການ ພະເເນກ ໂຍທາທິການ ແລະ ຂົນສົ່ງ ກັບ ບັນດາຫ້ອງການ ຍທຂ ເມືອງ ໄດ້ຈັດຂື້ນໃນວັນທີ່ 25 ເມສາ 2018 ຢູ່ທີ່ສະໂມສອນພະເເນກ ຍທຂ ແຂວງຊຽງຂວາງ ໂດຍເປັນປະທານ ຂອງທ່ານ ຄໍາເເສນ ມະນີວົງ, ຮອງເຈົ້າແຂວງໆຊຽງຂວາງ, ມີທ່ານ ສົມພອນ ສີອາໄພ ຫົວໜ້າພະເເນກ ຍທຂ ແຂວງຊຽງຂວາງ, ມີບັນດາທ່ານເຈົ້າ ເມືອງ 7 ເມືອງ ພ້ອມດ້ວຍພະເເນກການທີ່ກ່ຽວຂ້ອງ ແລະ ພະນັກງານພະເເນກ ຍທຂ ເຂົ້າຮ່ວມ.
ໃນວາລະດໍາເນີນກອງປະຊຸມທ່ານ ສົມພອນ ສີອາໄພ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການ ຍທຂ ບັນ ດາເມືອງ ເຊິ່ງໄດ້ກໍາໜົດທີ່ຕັ້ງ, ພາລະບົດບາດ, ສິດໜ້າທີ່, ໂຄງປະກອບການຈັດຕັ້ງ, ຫຼັກຖານ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານໃຫ້ມີປະສິດທິຜົນສູງ ແລະ ຍັງໄດ້ຜ່ານຮ່າງບົດບັນທຶກການເເບ່ງຄວາມຮັບຜິດຊອບໃຫ້ບັນດາຂະແໜງການ ພະແນກ ຍທຂ ກັບບັນດາຫ້ອງການ ຍທຂ ເມືອງ ໃນນີ້ ລວມມີຂົງເຂດວຽກງານຂະເເໜງຈັດຕັ້ງ ແລະ ບໍລິຫານ, ວຽກງານຄຸ້ມຄອງທາງນໍ້າ ທາງບົກ, ວຽກຄຸ້ມຄອງການຂົນສົ່ງ, ວຽກງຄຸ້ມຄອງເຄຫາ ຜັງເມືອງ ແລະ ສິ່ງແວດລ້ອມ, ວຽກງານແຜນການງົບປະມານ ແລະ ສະຖິຕິ ທັງນີ້ ກໍ່ເພື່ອເປັນການເເບ່ງຄວາມຮັບຜິດຊອບໃຫ້ບັນດາຂະເເໜງການປະຕິບັດຕາມທິດຊີ້ນໍາຂອງກະຊວງ ຍທຂ ວາງອອກຢ່າງເຂັ້ມງວດ ພ້ອມນີ້ ທີ່ປະຊຸມຍັງໄດ້ມີການປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນເຊີ່ງກັນ ແລະ ກັນ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ ໜ້າຕື່ມອີກ.
ໃນໂອກາດດຽວກັນນີ້ທ່ານ ຄໍາແສນ ມະນີວົງ ຍັງໄດ້ເໜັ້ນໜັກໃຫ້ບັນດາຫະຫາຍໃຫ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຢ່າງຕັ້ງໜ້າ ມີການປະສານສົມທົບກັບພະເເນກການທີ່ກ່ຽວຂ້ອງ ເພຶ່ອພ້ອມກັນເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີຜົນສໍາເລັດສູງ.
Editor: ດາວໄຊ ສີວິໄລ