ພະແນກແຮງງານ ແລະ ສັດຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ກຽມເປີດງານຕະຫລາດນັດແຮງງານຂຶ້ນ ໃນລະຫວ່າງ ວັນທີ 4-8 ພຶດສະພາ 2018 ທີ່ສູນການຄ້າລາວ-ໄອເຕັກ, ຄາດວ່າຈະມີຜູ້ເຂົ້າຮ່ວມງານປະມານ 5 ກວ່າພັນຄົນ ແລະ ຈະມີຜູ້ມາລົງທະບຽນສະໝັກວຽກຫລາຍກວ່າ 3 ພັນຄົນ, ອີກ 300 ກວ່າຄົນ ຄາດວ່າຈະໄດ້ຖືກບັນຈຸເຂົ້າເຮັດວຽກໃນຕຳແໜ່ງງານ. ຂະນະດຽວກັນ, ພາຍໃນງານມີບັນດາຫົວໜ່ວຍແຮງງານເຂົ້າຮ່ວມຕັ້ງຫ້ອງວາງສະແດງຮັບສະໝັກງານ ຈຳນວນ 150 ບຸດ ແລະ ມີຕຳແໜ່ງຫວ່າງຫລາຍກວ່າ 2 ພັນຕຳແໜ່ງ.
ທ່ານ ນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນ ຫລວງວຽງຈັນ ໄດ້ກ່າວໃນງານຖະແຫລງຂ່າວ ງານຕະຫລາດນັດແຮງງານ ເມື່ອບໍ່ດົນຜ່ານມານີ້ວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້, ກໍ່ແມ່ນເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2018 ຂອງນະຄອນຫລວງວຽງຈັນ ໃຫ້ຢູ່ໃນລະດັບ 2% ຕໍ່ປີ, ພັດທະນາສີມືແຮງງານໃຫ້ໄດ້ 15 ພັນຄົນ ແລະ ຈັດຫາວຽກເຮັດງານທຳໃຫ້ໄດ້ 35 ພັນຄົນ ເພື່ອສ້າງເງື່ອນໄຂ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ຜູ້ຕ້ອງການເຮັດວຽກ ແລະ ຫົວໜ່ວຍແຮງງານໄດ້ພົບປະກັນ, ເຮັດໃຫ້ລູກຈ້າງມີໂອກາດໄດ້ໂອ້ລົມກັບນາຍຈ້າງໂດຍກົງ ນຳໄປສູ່ການສະໝັກ ແລະ ຖືກບັນຈຸເຂົ້າໃນຕຳແໜ່ງງານທີ່ເໝາະສົມກັບຄວາມຮູ້ຄວາມສາມາດຂອງຜູ້ຊອກວຽກ.
ຕະຫລາດນັດແຮງງານ ທີ່ຈະເປີດຂື້ນໃນຕົ້ນເດືອນພຶດສະພານີ້: ຜະລິດຕະພັນ-ການບໍລິການ ຈະເປັນການເປີດຊ່ອງທາງໃຫ້ແຕ່ລະອົງກອນໄດ້ຊອກຫາຄູ່ຮ່ວມທຸລະກິດໃໝ່ ແລະ ປູກຈິດສຳນຶກໃຫ້ຜູ້ປະກອບການ ແລະ ຜູ້ຊອກວຽກ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງກັບວຽກງານແຮງງານ ໂດຍສະເພາະແມ່ນການຈັດຈ້າງງານພ້ອມຮັບຮູ້, ເຂົ້າໃຈພາລະບົດບາດຂອງວຽກງານແຮງງານຫລາຍຂຶ້ນ.
Editor: ເສດຖະກິດ-ການຄ້າ