ໃນຕອນເຊົ້າ ວັນທີ 25 ເມສາ 2018 ນີ້ ທີ່ສູນກາງສະຫະພັນກຳມະບານລາວ ໄດ້ຈັດພິທີມອບ-ຮັບອາຄານສູນຝຶກອົບຮົມວິຊາຊີບກຳມະບານ ໂດຍການເຂົ້າຮ່ວມຂອງ ທ່ານ ປ້ານ ນ້ອຍມະນີ, ປະທານ ສູນກາງສະຫະພັນກຳມະບານລາວ, ມີບັນດາປະທານ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າຫ້ອງການ, ຜູ້ອໍານວຍການ ບໍລິສັດ ຈະເລີນດີ ກໍ່ສ້າງ, ບໍລິສັດ ພອນປະເສີດ ສໍາຫຼວດອອກແບບ ແລະ ພາກສ່ວນທີ່ກຽ່ວຂ້ອງເຂົ້າຮ່ວມ.
ເພື່ອຕອບສະໜອງບຸກຄະລາກອນ ທີ່ເຮັດວຽກງານກໍາມະບານ ໃຫ້ມີຄຸນນະພາບກວ່າເກົ່າ ພັກ-ລັດ ຖະບານ ຈຶ່ງໄດ້ຕົກລົງອະນຸມັດໂຄງການປຸກສ້າງອາຄານ ສູນຝຶກອົບຮົມວິຊາຊີບກຳມະບານລາວ, ຊຶ່ງເປັນອາຄານ 6 ຊັ້ນ ຂະໜາດຍາວ 65,4 ແມັດ, ກວ້າງ 14 ແມັດ, ມູນຄ່າການກໍ່ສ້າງ 49 ຕື້ 510.000.000 ກີບ. ເຊິ່ງໃນອາຄານ ປະກອບ 68 ຫ້ອງ ໃນນັ້ນ ມີຫ້ອງຮຽນ-ຫ້ອງປະຊຸມ ສຳມະນາ ຫຼາຍຂະໜາດ 26 ຫ້ອງ, ຫ້ອງມູນເຊື້ອ 1 ຫ້ອງ, ຫ້ອງຮັບແຂກ 2 ຫ້ອງ, ຫ້ອງຄະນະອໍານວຍການ 7 ຫ້ອງ, ຫ້ອງການຄູ 9 ຫ້ອງ, ຫ້ອງວິຊາການ ແລະ ຫ້ອງບໍລິຫານ 23 ຫ້ອງ, ສ່ວນຊັ້ນທີ 1 ໃຊ້ພື້ນທີ່ສ່ວນຫຼາຍແມ່ນເປັນລານຈອດລົດ.
ໂຄງການນີ້ ຜ່ານການປະມູນ ແລະ ຄັດເລືອກໄດ້ ບໍລິສັດ ຈະເລີນດີ ກໍ່ສ້າງ ເປັນຜູ້ຮັບເໝົາໂຄງການ, ບໍລິສັດ ພອນປະເສີດ ສໍາຫຼວດອອກແບບ ເປັນທີ່ປຶກສາ ຕິດຕາມກວດກາໂຄງການ ຊຶ່ງບໍລິສັດຜູ້ຮັບເໝົາໄດ້ທຸ້ມເທທຶນຮອນຂອງບໍລິສັດໃສ່ກ່ອນ ເຮັດໃຫ້ຫ້ອງຮຽນ 6 ຊັ້ນ ຫຼັງນີ້ໄດ້ສໍາເລັດໂດຍພື້ນຖານ ກ່ອນກໍານົດ 4 ເດືອນ. ຊຶ່ງຕາມສັນຍາ ແມ່ນໃນເວລາການກໍ່ສ້າງ 30 ເດືອນ ຄືເລີ່ມແຕ່ເດືອນ ກຸມພາ 2016 ເຖິງເດືອນ ສິງຫາ 2018.
ວຽກງານກໍາມະບານ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ປະກອບສ່ວນເຂົ້າໃນການປຸກລະດົມຂົນຂວາຍພະນັກງານ-ລັດຖະກອນ, ກໍາມະກອນ ແລະ ຜູ້ອອກແຮງງານ ເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມກັບເປັນຕົວແທນ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຊົນຊັ້ນກຳມະກອນລາວ.
Editor: ດາວໄຊ ສີວິໄລ