ເທດສະການຈູດບັ້ງໄຟ ຖວາຍພະທາດນາງສາມຜີວ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດຂຶ້ນ ພ້ອມປີທ່ອງທ່ຽວລາວ 2018, ໃນວັນທີ 23 ເມສາ ຜ່ານມານີ້, ທີ່ເດີ່ນພະທາດນາງສາມຜີວ, ໂດຍການເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພັນລະຍາ, ມີການນຳຂອງແຂວງ, ພະແນກການກົມກອງອ້ອມຂ້າງແຂວງ, ເມືອງ, ຜູ້ປະກອບການ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວ ເມືອງທົ່ງມີໄຊເຂົ້າຮ່ວມ.
ທ່ານ ສາຍສະໝອນ ພົມມະຂັນ ເຈົ້າເມືອງໆ ທົ່ງມີໄຊ ໄດ້ລາຍງານ ກາານກະກຽມເທດສະການຈູດບັ້ງໄຟຖວາຍພະທາດນາງສາວຜີວ ປະຈຳປີ 2018 ວ່າ: ເມືອງທົ່ງມີໄຊ ມີເນື້ອທີ່ 884 ກິໂລຕາແມັດ, ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນ, ເປັນຕົ້ນແມ່ນປ່າໄມ້, ສັດ ນໍ້າ, ສັດປ່າ ທີ່ມີຄຸນຄ່າຫຼາຍສະນິດ,ພິເສດເປັນເມືອງທີ່ມີປະຊາກອນຊ້າງຫຼາຍກວ່າໝູ່, ງານເທດສະການຈູດບັ້ງໄຟຖວາຍພະທາດນາງສາມຜີວ ຖືວ່າເປັນກິດຈະກຳປາງບຸນໃຫຍ່ທີ່ຈັດຂຶ້ນເພື່ອຊຸກຍູ້ສົ່ງ ເສີມຮີດຄອງປະເພນີອັນດີງາມ ແລະ ເປັນທີ່ເຄົາລົບບູຊາຂອງຊາວເມືອງ ທົ່ງມີໄຊ ມາແຕ່ດຶກດຳບັນ ແລະ ໃຫ້ເປັນທີ່ຮັບຮູ້ຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ, ສະເພາະງານເທດສະການຈູດບັ້ງໄຟ ຖວາຍພະທາດນາງສາມຜີວປີນີ້ ເພື່ອເປັນການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018, ເຊິ່ງມີກິດຈະກຳທີ່ຫຼາກຫຼາຍຮູບແບບ ເຊັ່ນ: ຂະບວນບັ້ງໄຟທົ່ວເມືອງທົ່ງມີໄຊ, ງານຕະຫຼາດນັດ ແລະ ວາງສະແດງສິນຄ້າພະລິດຕະພັນຕ່າງໆ, ບໍລິການຂີ່ຊ້າງຊົມວີວດົງທາດ ແລະ ຊົມທີວທັດທຳມະຊາດຕົວເມືອງ, ຂະບວນແຮ່ບັ້ງໄຟ, ກ້ອນກຳລັງຂອງບັນດາບ້ານ, ເຊິ່ງແຕ່ລະກ້ອນແມ່ນຊ່ອງແສງເຖິງມູນເຊື້ອປະຫວັດສາດ ແລະ ວັດທະນະທຳ, ຮິດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງທ້ອງຖິ່ນ, ກິດຈະກຳປະກວດອາຫານພື້ນບ້ານ ແລະ ກິດຈະກຳອື່ນໆອີກຈຳນວນໜຶ່ງ.
ງານເທດສະການຈູດບັ້ງໄຟຖວາຍທາດນາງສາມຜີວ ເຊິ່ງມັນໄດ້ສ່ອງແສງເຖິງມູນເຊື້ອ ວັດທະນະທຳອັນດີງາມ ຂອງຊາດ ກໍ່ຄືຂອງທ້ອງຖິ່ນ ທີ່ເຄີຍປະຕິບັດກັນມາຕັ້ງແຕ່ດົນນານພໍສົມຄວນ ພ້ອມທັງເສີມຂະຫຍາຍຄວາມສາມັກຄີອັນເປັນມູນເຊື້ອຂອງຊາວເມືອງ, ທັງເປັນການເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ເປັນເອກະລັກ ຂອງຊາວເມືອງທົ່ງມີໄຊ ໃຫ້ເປັນທີ່ຮູ້ຈັກ ແລະ ສ້າງຄວາມສົນໃຈຂອງແຂກທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບຫຼາຍຂຶ້ນ.
Editor: ວິທະຍຸກະຈາຍສຽງແຫ່ງຊາດ