ຕາມການລາຍງານຂອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເຊໂປນ ເປີດເຜີຍວ່າ: ໃນຕົ້ນເດືອນເມສາ 2018 ນີ້, ເຈົ້າໜ້າທີ່ປ່າໄມ້ ໄດ້ສົມທົບກັບ ຂະແໜງການທີ່ກ່ຽວຂ້ອງຂອງເມືອງ ໄດ້ທຳການຢຶດເຄື່ອງປ່າຂອງດົງ ນຳກຸ່ມຄົນບໍ່ດີຈຳນວນໜຶ່ງ ທີ່ມີການລັກລອບ ຊື້-ຂາຍ ດ້ວຍການຂົນສົ່ງປະເພດເຄືອໄສ້ຊ້າງ ຫລື (ເຄືອຈານ)ອັນເປັນການບໍ່ຢ້ານກົວຕໍ່ລະບຽບກົດໝາຍ ແລະ ເປັນການສ້າງຄວາມເສຍຫາຍໃຫ້ແກ່ທາງດ້ານຊັບພະຍາກອນປ່າໄມ້ ເຮັດໃຫ້ປ່າໄມ້ມີການບົກແຫ້ງ ແລະ ຂາດຄວາມຊຸ່ມຊື່ນຂອງທຳມະຊາດ ເຊິ່ງສາມາດຢຶດເຄືອໃສ້ຊ້າງໄດ້ຈຳນວນ 60 ກວ່າໂຕນ.
ຊຶ່ງມີລາຍງານເວົ້າວ່າ: ເຄືອໄສ້ຊ້າງດັ່ງກ່າວ ໃນເມື່ອຫາກມີການຂົນສົ່ງຜ່ານຊາຍແດນ ລາວ-ບາວ ໄປຍັງ ສສ ຫວຽດນາມແລ້ວ ລາຄາຈະຕົກເປັນ 6.000 ກີບ/ກິໂລ ກໍ່ຕໍ່ເມື່ອມີການແປຮູບສຳເລັດແລ້ວ.
ຂ່າວແຈ້ງຕື່ມອີກວ່າ: ໃນວັນທີ 8 ເມສາ 2018 ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ໂດຍມີທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ສົມທົບກັບ ກອງກວດກາປ່າໄມ້, ຂະ ແໜງປ່າໄມ້, ຂະແໜງກວດກາ ແລະ ວິຊາການຈໍານວນໜຶ່ງ ພ້ອມການນໍາເມືອງເຊໂປນ ໂດຍມີທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງເຊໂປນ ແລະ ຄະນະນຳຂອງເມືອງຈຳນວນໜຶ່ງ ໄດ້ລົງກວດກາ ແລະ ອາຍັດເຄື່ອງຈັກການຜະລິດທີ່ແປຮູບເຄືອໃສ້ຊ້າງ ພ້ອມທັງ ສັ່ງການໃຫ້ມີການເລີກຮື້ຖານໂຮງງານການຜະລິດໂດຍດ່ວນ ຊຶ່ງທາງຜູ້ດຳເນີນການຜະລິດແມ່ນຍັງບໍ່ທັນໄດ້ຮັບການອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງແຕ່ຢ່າງໃດ
ໃນຂະນະພາຍໃນບໍລິເວນໂຮງງານຍັງມີເຄືອໄສ້ຊ້າງຈຳນວນຫລວງຫລາຍກຽມແປຮູບ ແລະ ມີຜະລິດຕະພັນຈຳນວນໜຶ່ງທີ່ແປຮູບແລ້ວ ກໍ່ໄດ້ນຳມາຕາກເປັນແຜງເວີງກວ້າງ ໂດຍມີແຮງງານຈຳນວນໜຶ່ງທີ່ປົບໜີແລ່ນກະແຈກກະຈາຍ.
ຕາມຂ່າວຍັງໃຫ້ຮູ້ວ່າ: ປະເພດເຄືອໄສ້ຊ້າງ ຫລື (ເຄືອຈານ) ແມ່ນເປັນເຄືອທີ່ມີຊັບພະຄຸນທາງຢາ ໂດຍ ສປຈີນ ມີຄວາມຕ້ອງການເຄືອປະເພດນີ້.
Editor: ເມືອງເຊໂປນ