ໃນວັນທີ 20-21 ເມສາ 2018 ຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມ ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ລົງໄປມອບເຂົ້າສານຊ່ວຍ ເພື່ອເຫຼືອບັນເທົາທຸກໃຫ້ຄອບຄົວຜູ້ທີ່ຖືກຜົນກະທົບຈາກນໍ້າຖ້ວມ ໃນປີ 2017 ຈຳນວນ 6 ບ້ານ ຄື: ບ້ານ ນໍ້າຢ້າງ, ບ້ານ ສົບນາ, ບ້ານ ໂພນດູ່, ບ້ານ ທ່າແພ, ບ້ານ ຈອມທອງ ແລະ ບ້ານ ເມືອງມ່ວນ ມີຈໍານວນ 268 ຄອບຄົວ ເປັນເຂົ້າສານ ຈໍານວນ 4.092 ກິໂລກາມ.
ເປັນກຽດມອບເຂົ້າສານ ຈໍານວນດັ່ງກ່າວໂດຍທ່ານ ອາລຸນສັກ ປະທໍາມະວົງ, ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ-ເມືອງວຽງທອງ, ແລະ ຮັບກໍ່ແມ່ນປະຊາຊົນຄອບຄົວຜູ້ທີຖືກຜົນກະທົບ,ໂດຍມີ ຫົວໜ້າຫ້ອງການ ແຮງງານສະຫວັດດີການ ແລະ ສັງຄົມເມືອງ, ພະນັກງານທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານເຂົ້າຮ່ວມເປັນສັກຂີພິຍານ.
Editor: ເມືອງວຽງທອງ