ພິທີເປີດຊຸດຝຶກອົບຮົມວິຊາສະເພາະໄລຍະສັ້ນ ໃຫ້ກຳລັງ ປກສ ກຸ່ມບ້ານ 9 ກຸ່ມ ແລະ ປກສ ບ້ານ 43 ບ້ານ ທົ່ວເມືອງແປກ, ແຂວງຊຽງຂວາງ ໄດ້ຈັດຂື້ນໃນວັນທີ 23 ເມສາ 2018 ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງແປກ ໂດຍການເຂົ້າຮ່ວມທ່ານ ສີວິໄລ ແສງຈະເລີນ ເລຂາພັກເມືອງ ເຈົ້າເມືອງໆແປກ, ມີທ່ານ ພັນໂທ ຫຸມພັນ ເພັດບຸນມີ, ຮອງກົມ ຫ້າສູນເກົ້າ 509 ກົມກໍ່ສ້າງຮາກຖານ, ມີທ່ານ ພັນໂທ ວັນຄຳ ມະນີວົງ ຮອງກອງບັນຊາການ ປກສ ແຂວງຊຽງຂວາງ, ມີຄະນະພັກ ຄະນະບັນຊາ ປກສ ເມືອງແປກ ພ້ອມດ້ວຍຄູອາຈານ ແລະ ນັກສຳມະນາກອນເຂົ້າຮ່ວມ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ກໍ່ເພຶ່ອເຮັດໃຫ້ກໍາລັງ ປກສ ກຸ່ມ ແລະປກສ ບ້ານ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດສິດ ແລະ ໜ້າທີ່ ຂອງວຽກງານປ້ອງກັນຊາດປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮູ້ການເຄື່ອນໄຫວເຮັດວຽກງານວິຊາສະເພາະ ຮູ້ກໍາເເໜ້ນສະພາບການເຄື່ອນໄຫວເໜັງຕີງຂອງປະຊາຊົນພາຍໃນບ້ານໄດ້ຢ່າງລະອຽດ. ໃນການຝຶກອົບຮົມໃນຄັ້ງນີ້ ຈະໄດ້ຮຽນ 16 ເອກະສານທີ່ສໍາຄັນ ຄື: ເອກະສານການຈັດຕັ້ງ, ການເຄື່ອນໄຫວຂອງ ປກສ ກຸ່ມ ປກສ ບ້ານ, ເອກະສານຈົດທະບຽນຄຸ້ມຄອງສໍາມະໂນຄົວລາວ, ຄວາມຮູພື້ນຖານວຽກງານຂື້ນທະບຽນຄຸ້ມຄອງສຳມະໂນຄົວຊາວຕ່າງດ້າວ, ຄວາມຮູ້ພື້ນຖານວຽກງານຂື້ນທະບຽນ ແລະ ຄຸ້ມຄອງກວດກາອາຊີບ-ພາຫະນະພິເສດ, ວຽກງານປ້ອງກັນສະຖານທີ່ເກີດເຫດ, ວຽກງານສືບສວນ-ສອບສວນຂັ້ນຕົ້ນ, ບົດບັນທຶກຄຳໃຫ້ການ, ວຽກງານຄຸ້ມຄອງເປົ້າໝາຍ, ວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ວຽກງານຄຸ້ມຄອງຄົນຕ່າງປະເທດ, ຜົນຮ້າຍຂອງຢາເສບຕິດ, ຂໍ້ຕົກລົງເລກທີ 655/ປກສ, ຂໍ້ຕົກລົງເລກທີ 514, ຄຳສັ່ງແນະນຳວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຄໍາສັ່ງແນະນໍາວ່າດ້ວຍການເພີ່ມທະວີວຽກງານກໍ່ສ້າງຮາກຖານການເມືອງຂອງກຳລັງປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງວ່າດ້ວຍການເຄື່ອນໄຫວກອງຮ້ອຍໝວດໝູ່ ປກສ ບ້ານ. ໃນນັ້ນ ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 160 ສະຫາຍ ມາຈາກ 9 ກຸ່ມ ແລະ 43 ບ້ານທົ່ວເມືອງແປກ ເຊີ່ງຈະໃຊ້ເວລາຝຶກອົບຮົມທັງໝົດ 10 ວັນຈິງສຳເລັດ.
ໃນໂອກາດດຽວກັນນີ້ທ່ານ ພັນໂທ ວັນຄໍາ ມະນີວົງ ໄດ້ເໜັ້ນໜັກໃຫ້ຄູອາຈານເອົາໃຈໃສ່ສິດ ສອນເນື້ອໃນເອກະສານຢ່າງກົງໄປກົງມາ ເພຶ່ອເຮັດໃຫ້ນັກສໍາມະນາກອນໄດ້ເຂົ້າໃຈຢ່າງຈະເເຈ້ງ ແລະ ຕໍ່ນັກສໍາມະນາກອນເອງກໍ່ໃຫ້ຕັ້ງໃຈຮໍ່າຮຽນ, ເຊື່ອມຊືມເນື້ອໃນເອກະສານໃຫ້ເລິກເຊິ່ງ ພ້ອມກັນປະຕິບັດໂມງເວລາເພື່ອເຮັດໃຫ້ຊຸດຝຶກອົບຮົບໃນຄັ້ງນີ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
Editor: ປກສ ແຂວງຊຽງຂວາງ