ຫ້ອງວ່າການລັດຖະບານ ອອກແຈ້ງການ ປັບອັດຕາຄ່າແຮງງານຂັ້ນຕ່ຳ ໃນຂອບເຂດທົ່ວປະເທດ, ຈາກ 900.000 ກີບ ຂື້ນເປັນ 1.100.000 ກີບ/ຄົນ/ເດືອນ, ເຊິ່ງໃຫ້ເລິ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ວັນທີ 1 ພຶດສະພາ 2018 ນີ້ເປັນຕົ້ນໄປ, ໂດຍແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຫົວຈັກໃນການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.
ການປັບຂື້ນຄ່າແຮງງານຂັ້ນຕ່ຳນີ້ ເປັນການຍົກລະດັບຄ່າແຮງງານໃນລາວໃຫ້ນັບມື້ດີຂື້ນ. ທັງເປັນບ່ອນອີງເພື່ອເອົາຜິດຕໍ່ຜູ້ທີ່ຈ້າງຄ່າແຮງງານຕ່ຳກວ່າເພດານແຮງງານຂັ້ນຕ່ຳ ທີ່ລັດຖະບານກຳນົດ ທັງນີ້ ກໍເພື່ອເປັນການປົກປ້ອງຜູ້ອອກແຮງງານບໍ່ໃຫ້ຖືກເອົາປຽບ ຕໍ່ການໃຊ້ແຮງງານຈາກຜູ້ຈ້າງແຮງງານ.
ພ້ອມດຽວກັນນີ້ ຍັງເປັນການແກ້ໄຂບັນຫາປາກທ້ອງຂອງປະຊາຊົນ ໃນຍາມເຂົ້າປາອາຫານແພງ, ແລະ ການປັບຂຶ້ນເທື່ອນີ້ເປັນເທື່ອທີ 2, ພາຍຫລັງລັດຖະບານ ກໍຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການກ່ຽວກັບການ ປັບປຸງຄ່າແຮງງານຂັ້ນຕໍ່າສຸດ ຂອງຜູ້ອອກແຮງງານຢູ່ລາວ ຈາກ 626.000 ກີບ ມາເປັນ 9 ແສນກີບ ແລະ ມີຜົນບັງຄັບໃຊ້ ນັບແຕ່ວັນທີ 1 ເມສາ 2015 ເປັນຕົ້ນມາ, ກໍເຮັດໃຫ້ຜູ້ອອກແຮງງານທັງຫລາຍດີອົກດີໃຈ, ຜູ້ອອກແຮງງານບາງກຸ່ມພັດອ້າງວ່າ ເຖິງຈະປັບຄ່າແຮງງານຂັ້ນຕໍ່າຂຶ້ນ 1.100.000 ກີບກໍ່ຕາມ, ແຕ່ທຽບໃສ່ຄ່າຄອງຊີບແລ້ວ ກໍຍັງບໍ່ທັນກຸ້ມຢູ່ກຸ້ມກິນ ໂດຍສະເພາະຄ່າໄຟຟ້າ, ຄ່ານໍ້າປະປາ, ຄ່ານໍ້າມັນ ມາວຽກ, ຄ່າໂທລະສັບ, ຄ່າຫ້ອງເຊົ່າ, ແຖມລາຄາສະບຽງອາຫານກໍເພື້ມຂຶ້ນ, ເມື່ອສົມທຽບລາຍຮັບກັບລາຍຈ່າຍແລ້ວໂຕນກັນເກືອບ 3 ທົບເທົ່າກັບເງິນເດືອນ. ປັດຈຸບັນ, ຄ່າແຮງງານຂັ້ນຕ່ຳຂອງລາວເຮົາຖ້າທຽບໃສ່ບັນດາໃນປະເທດສະມາຊິກອາຊຽນແລ້ວ ລາວເຮົາແມ່ນຢູ່ໃນອັນດັບທ້າຍແຖວ.
Editor: ລາວພັດທະນາ